23:42 | 07/06/2019

ຫວຽດນາມ ກາຍເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ຢ່າງເປັນທາງການດ້ວຍຄະແນນສຽງສະຫນັບສະຫນູນ 192/193

ຫວຽດນາມ ກາຍເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ຢ່າງເປັນທາງການດ້ວຍຄະແນນສຽງສະຫນັບສະຫນູນ 192/193

ຫວຽດນາມ ກາຍເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ຢ່າງເປັນທາງການດ້ວຍຄະແນນສຽງສະຫນັບສະຫນູນ 192/193.

ອີງຕາມຜົນຂອງການລົງຄະແນນສຽງທີ່ດຳເນີນໄປໃນກອງປະຊຸມ ສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ໃນວັນທີ 7 ມິຖຸນາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ຫວຽດນາມໄດ້ຖືກເລືອກເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງສະຫະປະຊາຊາດ ໂດຍມີສຽງເຫັນດີເກືອບຮ້ອຍເປີເຊັນ, 192/193.

ຜົນການເລືອກຕັ້ງຄັ້ງນີ້ ສູງຫຼາຍຖ້າທຽບໃສ່ 2/3 ອີງຕາມຂໍ້ກຳນົດຂອງສະຫະປະຊາຊາດ. ໃນທາງທິດສະດີ, ຫວຽດນາມ ຕ້ອງການພຽງແຕ່ 129 ຄະແນນສຽງເທົ່ານັ້ນ ກໍ່ຖືວ່າໄດ້ຮັບການເລືອກຕັ້ງແລ້ວ.

ຫວຽດນາມຈະຮັບໜ້າເປັນ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສະພາຄວາມໝັ້ນຄົງ ນັບແຕ່ວັນທີ 1 ມັງກອນ 2020, ແທນ ຄູເວດ, ເຊິ່ງເປັນຕົວແທນຂອງກຸ່ມປະເທດ ອາຊີ-ປາຊີຟິກ, ຈະໝົດອາຍຸການໃນວັນທີ 31ທັນວາ 2019. ໄລຍະການດໍາລົງຕໍາແຫນ່ງຂອງຫວຽດນາມ ຈະດຳເນີນໄປຈົນຮອດ ວັນທີ 31 ທັນວາ 2020.

ຄຽງຄູ່ກັບຫວຽດນາມ, Niger, ຕູນິເຊຍ, ປະເທດໝູ່ເກາະ Saint Vincent ແລະ Grandier ກໍ່ໄດ້ຖືກເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງສະຫະປະຊາຊາດ ໃນໄລຍະປີການ 2020-2021 ເຊັ່ນດຽວກັນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2564.html

In bài biết