20:20 | 11/08/2019

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນໄດ້ປົກຄຸມບັນຫາທະເລຕາເວັນອອກ

ດ້ວຍກອງປະຊຸມ 20 ຄັ້ງເຊິ່ງດຳເນີນນັບແຕ່ນີ້ຮອດທ້າຍອາທິດ, ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດອາຊຽນ ແລະ ບັນດາຄູ່ຮ່ວມມື, ຄູ່ເຈລະຈາຈະແລກປ່ຽນຫຼາຍບັນຫາສຳຄັນຂອງອາຊຽນ ກໍຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນໄດ້ປົກຄຸມບັນຫາທະເລຕາເວັນອອກ

ບັນດາຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມ. (ພາບ: vovworld.vn)

ຕາມແຜນການ, ພາຍຫຼັງວາລະໄຂ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບເພື່ອແລກປ່ຽນກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນຂຶ້ນໃນວິວັດການສ້າງປະຊາຄົມອາຊຽນ, ແຜນການຜັນຂະຫຍາຍເອກະສານທັດສະນະອາຊຽນ ກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ ແລະ ຖະແຫຼງການວິໄສທັດຂອງບັນດາການນຳອາຊຽນ ກ່ຽວກັບການພົວພັນຄູ່ຮ່ວມມື ເພື່ອຄວາມຍືນຍົງ ກໍຄືວິວັດທະນາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)… ຕາມການຕີລາຄາຈາກບັນດານັກຊ່ຽວຊານແລ້ວ, 2 ບັນຫາທີ່ຈະປົກຄຸມຢູ່ໃນກອງປະຊຸມຄັ້ງນີ້ ແມ່ນທະເລຕາເວັນອອກ ແລະ ສົງຄາມການຄ້າອາເມລິກາ - ຈີນ. ທ່ານ James Gomes, ຫົວໜ້າສູນຄົ້ນຄວ້າອາຊີຖືວ່າ: ປະຈຸບັນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ໄດ້ກາຍເປັນບັນຫາຂອງທັງພາກພື້ນ ແລະ ສາກົນ. ສະນັ້ນ, ເມື່ອກອງປະຊຸມໃນຄັ້ງນີ້ມີການເຂົ້າຮ່ວມຂອງລັດເຊຍ, ອິນເດຍ, ຈີນ ແລະ ອາເມລິກາ ນັ້ນ, ເຖິງວ່າຈະເຂົ້າຮ່ວມໂດຍກົງ ຫຼື ຢູ່ນອກກອງປະຊຸມກໍ່ຕາມ ບັນຫາທະເລຕາເວັນອອກກໍ່ຈະໄດ້ນຳມາປຶກສາຫາລື.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

Link: https://huunghivietlao.thoidai.com.vn/detail-article-256.html

In bài biết