ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste
![]() |
ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ແລະ ທ່ານ Dionisio Babo Soares. (ພາບ: VGP)
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor-Leste Dionisio Babo Soares, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ສະເໜີວ່າ ຫວຽດນາມ ແລະ Timor-Leste ຊຸກຍູ້ແລກປ່ຽນຄະນະຜູ້ແທນຂັ້ນສູງ, ພ້ອມກັນນັ້ນ ແມ່ນສ້າງຕັ້ງບັນດາກົນໄກເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດຢ່າງມີປະສິດທິຜົນເປັນຕົ້ນຄື: ການລົງທຶນ, ການຄ້າ, ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ.
ທີ່ການຕ້ອນຮັບ, ທ່ານ Dionisio Babo Soares ກໍ່ໄດ້ໃຫ້ຮູ້ວ່າ: ເປົ້າໝາຍຂອງການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ; ພ້ອມທັງເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫລາຍຝ່າຍ.
(ໄຊພອນ)