09:51 | 04/06/2019

ການພົບປະເຈລະຈາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ

ການພົບປະເຈລະຈາຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ

ການສົນທະນາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ.(ພາບ:laodongthudo.vn)

ທີ່ການສົນທະນາ, ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ; ເນັ້ນໜັກເຖິງເລື່ອງຄວນຮັກສາບັນດາການຢ້ຽມຢາມ, ພົບປະທຸກຂັ້ນເປັນປະຈຳ, ພິເສດແມ່ນຂັ້ນສູງ, ຍົກສູງປະສິດທິຜົນຂອງບັນດາກົນໄກສົນທະນາທີ່ມີຢູ່ແລ້ວ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ສໍາລັບບັນຫາທະເລຕາເວັນອອກ, ສອງຝ່າຍເຫັນດີກ່ຽວກັບຄວາມສຳຄັນຂອງເລື່ອງຮັບປະກັນສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລ ແລະ ການບິນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ຊຸກຍູ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2550.html

In bài biết