18:25 | 06/06/2019

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ  ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນ ທິ້ ກິມ ເງິນ ໄດ້ສະເໜີສະພາແຫ່ງຊາດສອງປະເທດເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ກໍຄືສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ; ພ້ອມທັງຕີລາຄາສູງຫຼັກໝັ້ນຂອງ ອີຕາລີ ກ່ຽວກັບບັນຫາທະເລຕາເວັນອອກ. ນອກຈາກນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນ ທິ້ ກິມ ເງິນ ກໍໄດ້ສະເໜີ ອີຕາລີ ພ້ອມກັບ ອີຢູ ສືບຕໍ່ສະໜັບສະໜູນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ ແລະ ສະເໜີທ່ານນາຍົກລັດຖະມົຕີ ແລະ ລັດຖະບານ ອີຕາລີ ຊ່ວຍຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບໂດຍໄວ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ກໍໄດ້ຢັ້ງຢືນວ່າ ອີຕາລີ ຈະສະໜັບສະໜູນສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ອີຢູ; ພ້ອມທັງສະໜັບສະໜູນຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2541.html

In bài biết