06:45 | 31/05/2019

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ: ຫວຽດນາມ ຈະສ້າງຄວາມບຸກທະລຸດ້ານລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ ໃນປີ 2019

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ: ຫວຽດນາມ ຈະສ້າງຄວາມບຸກທະລຸດ້ານລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ ໃນປີ 2019

ທ່ານ ຫງວຽນຊວນຟຸກ ແລະ ທ່ານ Bertrand Lortholary ໄດ້ເປັນສັກຂີພິຍານພິທີການລົງນາມເອກະສານຮ່ວມມື. (ພາບ:VGP/ກວາງຫ໋ຽວ)

ກ່າວຄຳເຫັນທີ່ພິທີລົງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໃຫ້ຮູ້ວ່າ: ຕາມການຕີລາຄາຂອງສະຫະປະຊາຊາດແລ້ວ, ຝລັ່ງ ແມ່ນໜຶ່ງໃນບັນດາປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ, ເພາະສະນັ້ນມີປະສົບການດີຫຼາຍຢ່າງທີ່ອາດຈະແປ່ງບັນໃຫ້ແກ່ ຫວຽດນາມ, ເປັນຕົ້ນແມ່ນເມື່ອລັດຖະບານຫວຽດນາມ ພວມກຳນົດການສ້າງຕັ້ງລັດຖະບານເອເລັກໂຕນິກແມ່ນຍຸດທະສາສຳຄັນເພື່ອຮັບໃຊ້ປະຊາຊົນ; ພ້ອມທັງເຊື່ອໝັ້ນວ່າຂໍ້ຕົກລົງການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານ ຫວຽດນາມ ແລະ ອົງການພັດທະນາຝລັ່ງຈະປະກົດຜົນສຳເລັດ.

ທີ່ພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ກໍ່ໄດ້ສະເໜີໃຫ້ສະຖານທູດຝລັ່ງປະຈຳ ຫວຽດນາມ ພ້ອມກັບບັນດາອົງການທີ່ມີສິດອຳນາດຂອງລັດຖະບານ ຫວຽດນາມ ໜູນຊ່ວຍບັນດາບັນຫາທີ່ຈຳເປັນເພື່ອຜັນຂະຫຍາຍຂໍ້ຕົກລົງນີ້ຢ່າງມີປະສິດທິຜົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2535.html

In bài biết