07:02 | 31/05/2019

ຫວຽດນາມ: ເຫັນຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື ທົ່ວໂລກ

ຫວຽດນາມ: ເຫັນຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື ທົ່ວໂລກ

ທ່ານຮອງນາຍົກລັດຖະມົນຕີ ຟ້າມ ບິ່ງ ມິງ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ:vnexpress.net)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມ ບິ່ງ ມິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍເຄົາລົບ ແລະ ຮັກສາສັນຕິພາບ ແລະ ສະຖຽນລະພາບ; ມີແຜນນະໂຍບາຍຊຸກຍູ້ສັນຕິພາບ, ສະຖຽນລະພາບ ເພື່ອຜົນປະໂຫຍດລວມ ແລະ ການພັດທະນາຄວາມສີວິໄລຂອງແຕ່ປະເທດ, ພາກພື້ນ ແລະ ທົ່ວໂລກ; ຢຶດໝັ້ນຕໍ່ແນວທາງນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ພ້ອມທັງຍູ້ແຮງການປະຕິຮູບດ້ານເສດຖະກິດ, ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ຊຸກຍູ້ການພັດທະນາຂອງບັນດາພາກສ່ວນເສດຖະກິດ, ລົງທຶນເຂົ້າຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ທີ່ກອງປະຊຸມ, ບັນດາຜູ້ແທນກໍໄດ້ປຶກສາຫາລືກ່ຽວກັບສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ແລະ ຜົນກະທົບຂອງສົງຄາມດັ່ງກ່າວຕໍ່ ອາຊີ ອີກດ້ວຍ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2534.html

In bài biết