14:33 | 02/06/2019

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຂອງເວທີປາໄສພາກພື້ນອາຊຽນ

ກ່າວຄໍາເຫັນທີ່ກອງປະຊຸມ, ຫົວໜ້າຄະນະຫວຽດນາມ ໄດ້ເຊີດຊູຄວາມສໍາຄັນຂອງບັນດາກົນໄກ ໂດຍອາຊຽນ ນໍາພາໃນການກໍານົດໂຄງສ້າງພາກພື້ນເປີດ, ກວມລວມ ແລະອີງໃສ່ກົດໝາຍ. ຫວຽດນາມ ເນັ້ນໜັກຄວາມສໍາຄັນຂອງການເຈລະຈາ, ການຮ່ວມມື, ບັນດາວິທີການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຄົາລົບກົດໝາຍສາກົນໃນສະພາບບັນດາສິ່ງທ້າທາຍໃໝ່ນັບມື້ນັບສັບສົນ, ຫຼາຍຮູບຫຼາຍແບບກວ່າ.


ຫວຽດນາມ ເຂົ້າຮ່ວມກອງປະຊຸມ ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຂອງເວທີປາໄສພາກພື້ນອາຊຽນ

ທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຂອງເວທີປາໄສພາກພື້ນອາຊຽນ (ARF) ທີ່ບາງກວກ. (ພາບ: TTXVN)

ຄະນະຫວຽດນາມ ຊົມເຊີຍໝາກຜົນທີ່ອາຊຽນ ແລະຈີນ ບັນລຸໄດ້ໃນການເຈລະຈາປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC); ແຕ່ວ່າຍັງມີຄວາມວິຕົກກັງວົນຕໍ່ການຜັນແປຕ່າງໆທີ່ອາດຈະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຊຸດໂຊມ ແລະອາດຈະສົ່ງຜົນສະທ້ອນທີ່ຫຍໍ້ທໍ້ເຖິງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ. ໃນສະພາບການນີ້, ບັນດາປະເທດ ຄວນລະງັບໃຈ, ຫຼີກເວັ້ນບັນດາການກະທໍາພຽງລໍາພັງຝ່າຍດ່ຽວ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຊຸດໂຊມ, ປອດການທະຫານ, ເຄົາລົບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີເພື່ອຮັກສາສະພາບແວດລ້ອມສະດວກໃຫ້ແກ່ວິວັດທະນາການເຈລະຈາ COC.

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-2529.html

In bài biết