16:08 | 27/05/2019

5 ເດືອ​ນ​ຕົ້ນ​ປີ 2019: ທຶນ FDI ເຂົ້າມາຫວຽດ​ນາມສ້າງລະ​ດັບ​ສະ​ຖິ​ຕິໃໝ່

5 ເດືອ​ນ​ຕົ້ນ​ປີ 2019: ທຶນ FDI ເຂົ້າມາຫວຽດ​ນາມສ້າງລະ​ດັບ​ສະ​ຖິ​ຕິໃໝ່

5 ເດືອ​ນ​ຕົ້ນ​ປີ 2019: ທຶນ FDI ເຂົ້າມາຫວຽດ​ນາມບັນລຸໄດ້ 16,74 ຕື້ ໂດລາສະຫະລັດ.(ພາບປະກອບ)

ຕາມລາຍງານຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມໃຫ້ຮູ້ວ່າ: ມາຮອດວັນທີ 20 ພຶດສະພາ 2019, ຍອດເງິນລົງທຶນຈົດທະບຽນໃໝ່, ເພີ່ມເຕີມ ແລະ ປະກອບຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ ບັນລຸໄດ້ 16,74 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນກ່ວາ 69% ເມື່ອທຽບໃສ່ ປີ 2018. ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂົງເຂດ, ໃນນັ້ນສ່ວນຫຼາຍລົງທຶນເຂົ້າຂົງເຂດອຸດສາຫະກຳການປຸງແຕ່ງ, ປະດິດສ້າງ; ຖັດຈາກນັ້ນແມ່ນຂົງເຂດດຳເນີນທຸລະກິດອະສັງຫາລິມະຊັບ, ຂົງເຂດຂາຍຍົກ, ຂາຍຍ່ອຍຢືນຢູ່ອັນດັບທີ 3. ນີ້ແມ່ນລະດັບສະຖິຕິໃໝ່ກ່ຽວກັບມຸນຄ່າເງິນລົງທຶນຈົດທະບຽນຂອງ 5 ເດືອນພາຍໃນ 4 ປີ ມານີ້ິ້.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2526.html

In bài biết