18:22 | 27/05/2019

ທ່ານນາຍົກລັດຖະມົນຕີຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ຊູແອັດ ຢ່າງເປັນທາງການ

ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Stockholm Arlanda, ເລີ່ມຕົ້ນການຢ້ຽມຢາມ ຊູແອັດ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ຊູແອັດ ຢ່າງເປັນທາງການ

ພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ຊູແອັດ ຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ຢູ່ສະໜາມບິນສາກົນ Stockholm Arlanda. (ພາບ: ສໍານັກຂ່າວສານຫວຽດນາມ)

ຕາມລາຍການຢ້ຽມຢາມຊູແອັດ ຢ່າງເປັນທາງການ, ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະເຈລະຈາກັບທ່ານ Stefan Löfven ນາຍົກລັດຖະມົນຕີຊູູແອັດ; ເຂົ້າຢ້ຽມຂໍ່ານັບເຈົ້າຊີວິດຊູແອັດ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຊູແອັດ; ພົບປະ ແລະເຮັດວຽກກັບການນໍາບາງກຸ່ມບໍລິສັດໃຫຍ່ຂອງຊູແອັດ ທີ່ກໍາລັງເຄື່ອນໄຫວຢູ່ຫວຽດນາມ...

ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງ Oslo, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າບັນດາຄະນະ, ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ນອກແວ.

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-2524.html

In bài biết