08:54 | 21/05/2019

ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ, ນອກແວ ແລະ ສະວີເດັນ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນລັດເຊຍ, ນອກແວ ແລະ ສະວີເດັນ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ເດີນທາງໄປຢ້ຽມຢາມລັດເຊຍ, ນອກແວ ແລະ ສະວີເດັນ.

ການຢ້ຽມຢາມບັນດາປະເທດ ລັດເຊຍ, ນອກແວ ແລະ ສະວີເດັນ ໃນລະຫວ່າງວັນທີ 20 - 28 ພຶດສະພາ 2019 ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງ໋ວຽນ ຊົນ ຟຸກ ແມ່ນເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ກັບບັນດາປະເທດດັ່ງກ່າວເລິກເຊິ່ງຂຶ້ນຕື່ມ ແລະ ເພີ່ມທະວີການຮ່ວມມືກັບປະເທດເຫຼົ່ານັ້ນ ໃຫ້ມີປະສິດທິຜົນກວ່າເກົ່າ.

ການຢ້ຽມຢາມດັ່ງກ່າວແມ່ນປະຕິບັດຕາມຄໍາເຊີນຂອງທ່ານ Dmitri Medvedev ນາຍົກລັດຖະມົນຕີ ລັດເຊຍ, ທ່ານນາງ Erna Solberg ນາຍົກລັດຖະມົນຕີ ນອກແວ ແລະ ທ່ານ Stefan Löfven ນາຍົກລັດຖະມົນຕີ ສະວີເດັນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2511.html

In bài biết