16:16 | 22/05/2019

ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ.(ພາບ:laodong.vn)

ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຈະມີການເຄື່ອນໄຫວເປັນຕົ້ນຄື: ຢ້ຽມຢາມສະຖານທູດຫວຽດນາມ ແລະ ໂອ້ລົມກັບ ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ສະຫະພັນລັດເຊຍ; ຈະມີບັນດາກອງປະຊຸມການເຈລະຈາ, ພົບປະບັນດາການນໍາສະຫະພັນລັດເຊຍ; ທ່ານນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ແລະ ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Anatolyevich Medvedev ເປັນປະທານຮ່ວມ ພິທີໄຂປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ລັດເຊຍ; ພົບປະກັບສະມາຄົມນັກຮົບເກົ່າທີ່ເຂົ້າຮ່ວມສົງຄາມ ຢູ່ ຫວຽດນາມ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ; ມອບຫຼຽນໄຊມິດຕະພາບໃຫ້ພົນລະເມືອງລັດເຊຍ ຈໍານວນໜຶ່ງ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງປະເທດ...

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2510.html

In bài biết