15:07 | 19/11/2019

ນັກຮົບຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ໄດ້ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ

ນັກຮົບຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ໄດ້ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ

ຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ, ພະນັກງານ, ນັກຮົບກົມກອງຍັງປະຕິບັດລາຍການ “ຊ່ວຍນ້ອງໄປໂຮງຮຽນ” ເປັນຢ່າງດີ.(ພາບ:qdnd.vn)

ຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ມີໜ້າທີ່ຄຸ້ມຄອງ ແລະປ້ອງກັນເສັ້ນຊາຍແດນ 25,5 ກິໂລແມັດ, ຫຼັກໝາຍຊາຍແດນກັບປະເທດເພື່ອນມິດລາວ 14 ຫຼັກໝາຍ ແລະສົມທົບກັບບັນດາກໍາລັງທີ່ກ່ຽວຂ້ອງເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຕາແສງຈ່ຽງເຄືອງ, ເມືອງຊາຍຂອງເມືອງຊົງມ້າ. ຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ກໍ່ສົມທົບກັບກໍາລັງປ້ອງກັນຊາຍແດນປະເທດເພື່ອນມິດລາວ ດໍາເນີນການລາດຕະເວນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນເປັນປະຈໍາ.

ຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ, ພະນັກງານ, ນັກຮົບກົມກອງຍັງປະຕິບັດລາຍການ “ຊ່ວຍນ້ອງໄປໂຮງຮຽນ” ເປັນຢ່າງດີ; ຊ່ວຍປະຊາຊົນເຮັດທຸລະກິດ, ປະກອບສ່ວນຫັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນຊາຍແດນ”. ບັນດາວຽກງານຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ ໄດ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈລະຫວ່າງທະຫານ ແລະປະຊາຊົນ ແລະເພີ່ມທະວີສາຍພົວພັນແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-25.html

In bài biết