00:54 | 15/05/2019

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ ໄດ້ມີການພົບປະກັບບັນດາ ທ່ານ ນາງ ເອກອັກຄະລັດຖະທູດເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີ

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ ໄດ້ມີການພົບປະກັບບັນດາ ທ່ານ ນາງ ເອກອັກຄະລັດຖະທູດເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີ

ທ່ານ ນາງ ຫງວຽນ ຖີ້ ກີມ ເງິນ ກ່າວຄໍາເຫັນທີ່ການພົບປະ

ກ່າວຄໍາເຫັນທີ່ການພົບປະ, ໃນນາມສະພາແຫ່ງຊາດຫວຽດນາມ, ທ່ານ ນາງ ຫງວຽນ ຖີ້ ກີມ ເງິນ ໄດ້ກ່າວຄໍາອວຍພອນໄປຍັງບັນດາຜູ້ແທນທັງໝົດເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ. ທ່ານ ນາງ ຫງວຽນ ຖີ້ ກີມ ເງິນ ກໍ່ໄດ້ກ່າວວ່າ, ປະຈຸບັນແມ່ຍິງຫວຽດນາມສືບຕໍ່ມີບົດບາດອັນສໍາຄັນໃນການປ່ຽນແປງ, ພັດທະນາປະເທດຊາດ, ອະນຸລັກຮັກສາມູນເຊື້ອວັດທະນະທໍາອັນດີງາມຂອງປະເທດຊາດ, ປະກອບສ່ວນເຂົ້າໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

ທ່ານ ນາງ ຫງວຽນ ຖີ້ ກີມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ຕົ້ນອາທິດຜ່ານມາ, ຫວຽດນາມເປັນກຽດໄດ້ຮັບການເລືອກເຟັ້ນເປັນປະເທດເຈົ້າພາບຈັດສໍາເລັດ ກອງປະຊຸມຕາໜ່າງສະມາຊິກລັດຖະສະພາເພດຍິງ ແລະ ກອງປະຊຸມຄະນະກໍາມະການການສຶກສາ, ການສື່ສານ, ວັດທະນະທໍາ ຂອງ ສະຫະພັນລັດຖະສະພາໃຊ້ພາສາຝະລັ່ງ. ຫວຽດນາມ ຈະສືບຕໍ່ເປັນສະມາຊິກເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນກອງປະຊຸມລັດຖະສະພາເພດຍິງ ຢູ່ບັນດາເວທີປາໄສ ສະຫະພັນລັດຖະສະພາໂລກ (IPU), ສະພາລະຫວ່າງລັດຖະສະພາສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (AIPA) ແລະ ຕໍ່ໄປແມ່ນເວທີປາໄສລັດຖະສະພາ ອາຊີ - ປາຊີຟີກ (APPF).

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ ໄດ້ມີການພົບປະກັບບັນດາ ທ່ານ ນາງ ເອກອັກຄະລັດຖະທູດເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີ

ທ່ານ ນາງ ຫງວຽນ ຖີ້ ກີມ ເງິນ ຖ່າຍຮູບກັບບັນດາຜູ້ແທນ

ທ່ານ ນາງ ຫງວຽນ ຖີ້ ກີມ ເງິນ ກໍ່ໄດ້ເນັ້ນໜັກວ່າ ຜ່ານພວກເພື່ອນມິດ, ຫວຽດນາມ ໄດ້ຮັບການແບ່ງປັນບັນດາບົກຮຽນອັນລໍ້າຄ່າຈາກບັນດາປະເທດ, ໄດ້ຮັບການຊ່ວຍເຫຼືອກ່ຽວກັບແຫຼ່ງຊັບພະຍາກອນມະນຸດ ແລະ ເຕັກນິກ ເພື່ອຊຸກຍູ້ວິວັດການໃນການເຊື່ອມໂຍງ, ຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນໂຄງການດໍາເນີນງານ ປີ 2030 ກ່ຽວກັບການພັດທະນາແບບຍຶນຍົງ ມຸ່ງໄປສູ່ການເຕີບໂຕແບມກວມລວມ, ກໍຄືການຮ່ວມເດີນທາງກັບຫວຽດນາມໃນເສັ້ນທາງມຸ່ງໄປສູ່ເປົ້າໝາຍຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ເພື່ອອະນາຄົດທີ່ຂະຫຍັນຂັນເຄື່ອນ, ກວມລວມ ແລະ ວັດທະນາຖາວອນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2499.html

In bài biết