00:54 | 15/05/2019

ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ

ຄະນະສະເພາະກິດລະຫວ່າງກະຊວງສໍາຫຼວດຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ເຮັດວຽກກັບແຂວງດຽນບຽນ

ບັນຍາກາດຂອງກອງປະຊຸມ

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ມີການແລກປ່ຽນ, ຕີລາຄາຄວາມຈໍາເປັນ, ຄວາມເປັນໄປໄດ້ ແລະ ຜົນປະໂຫຍດຂອງການປັບປຸງເຂດສະຖານທີ່ຫຼັກໝາຍຊາຍແດນຢູ່ຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ. ບັນດາຜູ້ແທນກໍ່ໄດ້ໃຫ້ຮູ້ວ່າວຽກງານທີ່ໄດ້ກ່າວມາຂ້າງເທິງນັ້ນແມ່ນວຽກງານທີ່ມີຄວາມຈໍາເປັນ ແລະ ມີຜົນປະໂຫຍດໃນການພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາດ້ານຄວາມໝັ້ນຄົງ - ປ້ອງກັນປະເທດ, ເພີ່ມທະວີການພົວພັນມິດຕະພາບ, ການຕ່າງປະເທດ ລະຫວ່າງ ສາມປະເທດ.

ໃນວັນທີ 13 ທັນວາ 2018, ໄດ້ຮັບການຕົກລົງເຫັນດີຂອງຄະນະຜູ້ແທນເມືອງເມື່ອງແຍ, ແຂວງດ້ຽນບຽນ; ເມືອງ ຢາງແທ່ງ, ແຂວງເວີນນາມ, ປະເທດ ຈີນ ແລະ ແຂວງຜົ້ງສາລີ ກ່ຽວກັບການເປີດກວ້າງເຂດສະຖານທີ່ຫຼັກໝາຍຊາຍແດນຢູ່ຈຸດຕັດເຂດຊາຍແດນຂອງສາມປະເທດຫວຽດນາມ - ລາວ - ຈີນ ດ້ວຍເນື້ອທີ່ 255 ຕາແມດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2483.html

In bài biết