00:54 | 15/05/2019

ການຄວບຄຸມການເງິນ ຢູ່ ຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ

ການຄວບຄຸມການເງິນ ຢູ່ ຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ

ການຄວບຄຸມການເງິນ ຢູ່ ຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ

ທີ່ການສໍາມະນາ, ບັນດາຜູ້ແທນ, ນັກຊ່ຽວຊານໃນຂົງເຂດການເງິນ-ທະນາຄານ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບວຽກງານຕິດຕາມກວດກາການເງິນມະຫາພາກ ແລະ ບັນດາການກໍານົດລະບອບທີ່ມີລັກສະນະນິຕິກໍາດ້ານການເງິນເປັນກາງ, ຄວບຄຸມການເງິນວິສາຫະກິດ...

ຜ່ານນັ້ນ, ຍົກອອກບັນດາຂໍ້ສະເໜີຕໍ່ອົງການບໍລິຫານລັດເພື່ອໃຫ້ບັນຫາຄວບຄຸມການເງິນຢູ່ຫວຽດນາມ ໄປທຽບເທົ່າບັນດາມາດຕະຖານສາກົນ, ປະກອບສ່ວນເພີ່ມທະວີການເຊື່ອມໂຍງຢ່າງກວ້າງຂວາງ.

ສໍາມະນາຄັ້ງນີ້ແມ່ນໂອກາດສໍາລັບບັນດານັກວິທະຍາສາດ, ຄູອາຈານ, ນັກຄົ້ນຄວ້າ, ຊ່ຽວຊານດ້ານເສດຖະກິດ, ຜູ້ວາງນະໂຍບາຍ ແລະ ຜູ້ຈັດການວິສາຫະກິດເພື່ອເຜີຍແຜ່, ແລກປ່ຽນຜົນສໍາຫຼວດ, ຂໍ້ມູນຂ່າວສານຫຼ້າສຸດກ່ຽວກັບບັນຫາຕ່າງໆໃນການຄວບຄຸມການເງິນໃນປະເທດຫວຽດນາມໃນສະພາບການເຊື່ອມໂຍງສາກົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2482.html

In bài biết