00:54 | 15/05/2019

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສໍາເລັດອັນຈົບງາມ

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສໍາເລັດອັນຈົບງາມ

ທ່ານ ພົນໂທ ຟານ ວັນ ຢາງ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍ ທ່ານ ພົນໂທ ຟານ ວັນ ຢາງ ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າຮ່ວມກອງປະຊຸມ ACDFM-16.

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສໍາເລັດອັນຈົບງາມ

ຄະນະຜູ້ແທນກອງທັບຂັ້ນສູງຫວຽດນາມ

ACDFM-16 ຄັ້ງນີ້ທີ່ມີຫົວຂໍ້ວ່າ: “ຄວາມໝັ້ນຄົງແບບຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພົນໂທ ຟານ ວັນ ຢາງ ໄດ້ຕີລາຄາສູງຕໍ່ຫົວຂໍ້ວ່າ: “ຄວາມໝັ້ນຄົງແບບຍືນຍົງ” ຂອງ ACDFM-16 ຄັ້ງນີ້, ຫົວຂໍ້ຂອງກອງປະຊຸມດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມປາຖະຫນາການເພີ່ມທະວີໃນການຮ່ວມມື ແລະ ຊຸກຍູ້ການຮ່ວມມືທີ່ເຂັ້ມແຂງລະຫວ່າງກໍາລັງທະຫານຂອງອາຊຽນ, ຄໍາໝັ້ນສັນຍາຂອງບັນດາປະເທດສະມາຊິກທັງຫມົດໃນການແກ້ໄຂບັນດາບັນຫາດ້ານຄວາມປອດໄພຢູ່ໃນພາກພື້ນ; ຮ່ວມກັນກ້າວສູ່ອະນາຄົດເຊິ່ງໃນນັ້ນຖືປະຊາຊົນເປັນສູນກາງ.

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສໍາເລັດອັນຈົບງາມ

ບັນຍາກາດກອງປະຊຸມ

ທ່ານ ພົນໂທ ຟານ ວັນ ຢາງ ສະແດງຄວາມກັງວົນກ່ຽວກັບໄພຂົ່ມຂູ່ດ້ານຄວາມປອດໄພທີ່ສືບຕໍ່ມີຄວາມສັບສົນ, ລວມທັງບັນຫາຕ່າງໆເຊັ່ນ: ການກໍ່ການຮ້າຍ, ຄວາມສ່ຽງຕໍ່ຄວາມຂັດແຍ່ງດ້ານຊົນເຜົ່າ ແລະ ສາສະຫນາ; ຄວາມປອດໄພດ້ານເຄືອຂ່າຍອິນເຕີແນດ; ອາຊະຍາກໍາຂ້າມຊາດ; ການປ່ຽນແປງຂອງດິນຟ້າອາກາດຍັງເປັນສິ່ງທ້າທາຍສໍາລັບຄວາມປອດໄພຂອງໂລກ ແລະ ແຕ່ລະພາກພື້ນ, ນອກເຫນືອຈາກຄວາມສາມາດຂອງແຕ່ລະປະເທດທີ່ຈະແກ້ໄຂ.

ເຖິງວ່າກໍ່ມີຄວາມຄືບໜ້າຢ່າງຕັ້ງໜ້າຈໍານວນໜຶ່ງກໍ່ຕາມ, ແຕ່ສິ່ງທ້າທາຍດ້ານຄວາມປອດໄພທາງທະເລເຊັ່ນ: ຄວາມຂັດແຍ່ງກ່ຽວກັບອະທິປະໄຕ, ຄວາມຂັດແຍ່ງດ້ານຊັບພະຍາກອນ, ອາຊະຍາກໍາຢູ່ທະເລ ... ຈະສືບຕໍ່ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພທາງທະເລໃນອາຊີຕາເວັນອອກສຽງໃຕ້.

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສໍາເລັດອັນຈົບງາມ

ບັນດາຄະນະຜູ້ແທນກອງທັບຂັ້ນສູງຂອງບັນດາປະເທດອາຊຽນ

ທ່ານ ພົນໂທ ຟານ ວັນ ຢາງ ໄດ້ສະແດງເຫັນດີ ແລະ ຕີລາຄາສູງ ຕໍ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ACDFM ຄັ້ງນີ້, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງທະເລຕາເວັນອອກ ແລະ ຄຳໝັ້ນສັນຍາຂອງບັນດາປະເທດໃນການສືບຕໍ່ຮັກສາຄວາມເສລີໃນການເດີນທະເລ, ການບິນຢູ່ເຂດທະເລຕາເວັນອອກ, ເໝາະສົມກັບກົດໝາຍສາກົນ.

ຄຽງຄູ່ກັນນັ້ນ, ທ່ານ ພົນໂທ ຟານ ວັນ ຢາງ ກໍ່ສະເໜີໃຫ້ກຳລັງປະຕິບັດກົດໝາຍຢູ່ທະເລ ແລະ ເຫຼົ່າທັບເຮືອຂອງບັນດາຝ່າຍທີ່ກ່ຽວຂ້ອງຕ້ອງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານເພື່ອແກ້ໄຂບັນດາບັນຫາຢູ່ທະເລ, ໂດຍສະເພາະແມ່ນຊາວປະມົງຢ່າງວ່ອງໄວ, ມີປະສິດທິຜົນບົນຈິດໃຈມະນຸດສະທຳ, ປະກອບສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລໃນພາກພື້ນ.

ກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 16 ປະສົບຜົນສໍາເລັດອັນຈົບງາມ

ພິທີມອບທຸງປະທານ ACDFM ໃຫ້ແກ່ຫວຽດນາມ

  
ທ່ານ ພົນໂທ ຟານ ວັນ ຢາງ ກໍ່ໄດ້ເນັ້ນຫນັກວ່າ, ໃນປີທີ່ຜ່ານມາ, ດ້ວຍນະໂຍບາຍການມີສ່ວນຮ່ວມຢ່າງຕັ້ງຫນ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ, ກອງທັບປະຊາຊົນຫວຽດນາມໄດ້ສົ່ງກໍາລັງເຂົ້າຮ່ວມໃນກິດຈະກໍາທົ່ວໄປທັງຫມົດພາຍໃນຂອບການຮ່ວມມືຂອງອາຊຽນ; ໃນເວລາຕໍ່ມາ, ຫວຽດນາມຍັງຈະສືບຕໍ່ສົ່ງກໍາລັງ ແລະ ພາຫະນະທີ່ເຫມາະສົມໃນການເຂົ້າຮ່ວມບັນດາບັ້ນຊ້ອມຮົບທາງການທະຫານ. 
ບົດຖະແຫຼງການຂອງທ່ານ ພົນໂທ ຟານ ວັນ ຢາງ ໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງຂອງບັນດາຄະນະຜູ້ແທນການທະຫານຂັ້ນສູງຂອງບັນດາປະເທດຕ່າງໆ.  ກອງປະຊຸມ ACDFM ຄັ້ງນີ້ ໄດ້ອອກຖະແຫຼງການຮ່ວມ, ພ້ອມກັນນັ້ນກໍ່ໄດ້ຈັດພິທີມອບທຸງປະທານ ACDFM ໃຫ້ແກ່ຫວຽດນາມ, ເປັນປະເທດປະທານໝູນວຽນຂອງອາຊຽນ ປີ 2020.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2481.html

In bài biết