00:54 | 15/05/2019

ວິສາຫະກິດ ຫວຽດນາມ ຍາດແຍ່ງກາລະໂອກາດທີ່ໄດ້ຮັບຈາກ CPTPP

ວິສາຫະກິດ ຫວຽດນາມ ຍາດແຍ່ງກາລະໂອກາດທີ່ໄດ້ຮັບຈາກ CPTPP

ທ່ານນາງ ຫງວຽນຖີ້ທູຈາງ, ຜູ້ອຳນວຍການ ສູນ WTO ແລະ ການເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ

ກອງປະຊຸມສຳມະນາ “CPTPP, ກາລະໂອກາດທີ່ໄດ້ຮັບຈາກສັນຍາສະບັບໃໝ່ ແລະ ມີຄຸນນະພາບສູງ” ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ມີນາ ທີ່ ນະຄອນໂຮ່ຈິມິງ.

ທີ່ກອງປະຊຸມສໍາມະນາ, ມີນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ກ່າວວ່າ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວຫນ້າຂ້າມປາຊິຟິກ - CPTPP ດ້ວຍບັນດາຄຳໝັ້ນສັນຍາໃນການຫຼຸດຜ່ອນອັດຕາພາສີ, ເປີດປະຕູໃຫ້ແກ່ດ້ານການບໍລິການ, ການລົງທຶນ, ການຈຳໜ່າຍ, ກາລະໂອກາດໃຫ້ແກ່ ວິສາຫະກິດ ຫວຽດນາມ ໃນການເປີດກ້ວາງຕະຫຼາດຢູ່ທີ່ 7 ປະເທດທີ່ເຂົ້າຮ່ວມສັນຍາ ແລະ ບັນດາປະເທດອື່ນໆແມ່ນຫຼວງຫຼາຍ.

ຕາມ ທ່ານນາງ ຫງວຽນຖີ້ທູຈາງ, ຜູ້ອຳນວຍການ ສູນ WTO ແລະ ການເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າວ່າ: CPTPP ໄດ້ນຳມາບັນດາກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ, ປ່ຽນແປງສະພາບແວດລ້ອມດ້ານການບໍລິການ, ໂດຍສະເພາະແມ່ນບັນດາບໍລິການໃຫ້ແກ່ການຜະລິດ. ການຍາດ​ແຍ່ງ​ກາລະໂອ​ກາດຕ່າງໆທີ່​ໄດ້​ຮັບ​ຈາກ CPTPP ຍັງບໍ່ໄດ້ຫລາຍ ເນື່ອງຈາກຫຼາຍປັດໃຈອັດຕະວິໄສຈາກວິສາຫະກິດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2473.html

In bài biết