ຫວຽດນາມ ບຸລິມະສິດໃນການພັດທະນາພະລັງງານຜະລິດຄືນໃໝ່
![]() |
ຫວຽດນາມ ບຸລິມະສິດໃນການພັດທະນາພະລັງງານຜະລິດຄືນໃໝ່
“ພັດທະນາພະລັງງານຜະລິດຄືນໃໝ່ເພື່ອມຸ່ງໄປສູ່ການຫຼຸດຜ່ອນກາກບອນຢູ່ຫວຽດນາມ” ແມ່ນຫົວຂໍ້ຂອງກອງປະຊຸມສໍາມະນາໂດຍສະຫະສະມາຄົມພະລັງງານຫວຽດນາມ ປະສານສົມທົບກັບສະຖານທູດອັງກິດ ປະຈໍາ ສສ ຫວຽດນາມ ທີ່ໄດ້ຈັດຕັ້ງຂຶ້ນໃນເມື່ອວັນທີ 12 ມີນາ ທີ່ ຮ່າໂນ້ຍ.
ທີ່ກອງປະຊຸມສໍາມະນາ, ທ່ານ ກາວ ກວັກ ຮືງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ຄຽງຄູ່ກັບການເຕີບໂຕທີ່ໂດດເດັ່ນຂອງຫວຽດນາມໃນໄລຍະຜ່ານມາ, ຄວາມຕ້ອງການດ້ານໄຟຟ້າກໍ່ຍັງເພີ່ມຂຶ້ນ, ສ້າງຄວາມກົດດັນຢ່າງຫຼວງຫຼາຍຕໍ່ການລົງທຶນໃນຄວາມສາມາດການພັດທະນາດ້ານການສາຍສົ່ງໄຟຟ້າ ແລະ ການແຈກຢາຍໄຟຟ້າແຫ່ງຊາດ.
ບັນດາການຄາດຄະເນໄດ້ໃຫ້ຮູ້ວ່ານັບແຕ່ນີ້ຮອດປີ 2030, ຄາດວ່າພື້ນຖານເສດຖະກິດຂອງຫວຽດນາມຈະສືບຕໍ່ມີການເຕີບໂຕຢູ່ລະດັບສູງ ແຕ່ 6,5 - 7% ຕໍ່ປີ, ດັ່ງນັ້ນ, ຕ້ອງບຸລິມະສິດໃນການຮັບປະກັນຄວາມຮຽກຮ້ອງຕ້ອງການດ້ານພະລັງງານໃຫ້ແກ່ການພັດທະນາຂອງປະເທດຊາດແບບຍືນຍົງ. ຕາມການກໍານົດແຜນພັດທະນາໄຟຟ້າແຫ່ງຊາດ ທີ່ໄດ້ຮັບການອະນຸມັດໂດຍລັດຖະບານ, ກໍາລັງຕິດຕັ້ງບັນດາແຫຼ່ງໄຟຟ້າຂອງຫວຽດນາມ ຈະບັນລຸເຖິງ 130.000 ເມກາວັດ ໃນ ປີ 2030 ເມື່ອທຽບໃສ່ລະດັບ 47.000 ເມກາວັດ ໃນປັດຈຸບັນ.
ທີ່ກອງປະຊຸມ, ຜູ້ຕາງໜ້າຂອງບໍລິສັດ ອັງກິດ ເກືອບ 30 ແຫ່ງ ໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະ ການເງິນ ໄດ້ເຂົ້າຮ່ວມ ແລະ ừhພ້ອມກັນແບ່ງປັນກັບບັນດາຄູ່ຮ່ວມມືຫວຽດນາມ ກ່ຽວກັບການສໍາຜັດກັບນະໂຍບາຍ ແລະ ພັດທະນາບັນດາກອບນິຕິກໍາ; ປະສົບການກ່ຽວກັບພະລັງງານເພື່ອແນໃສ່ໃນການຫຼຸດຜ່ອນກາກບອນ; ບັນດາມາດຕະການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເຕັກໂນໂລຢີຂອງ ອັງກິດ ໃນການພັດທະນາພະລັງງານຜະລິດຄືນໃໝ່...
(ໄຊພອນ)