09:59 | 26/08/2019

ສື່ມວນຊົນພາກພື້ນ ອາຣັບ ຕຳໜິຕິຕຽນ ຈີນ ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ

ສື່ມວນຊົນພາກພື້ນ ອາຣັບ ຕຳໜິຕິຕຽນ ຈີນ ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ

ສື່ມວນຊົນພາກພື້ນ ອາຣັບ ຕຳໜິຕິຕຽນ ຈີນ ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ.(ພາບ: Skynewsarabia)

ໜ້າຂ່າວ KUNA ຂອງ ກູເວດ ມີຕອນຂຽນວ່າ “ຈີນ ໄດ້ຜັນຂະຫຍາຍກ່ຳປັ່ນສຳຫລວດ ແລະ ກ່ຳປັ່ນປ້ອງກັນປະກອບອາວຸດຢູ່ເຂດທະເລນອກຝັ່ງຂອງ ຫວຽດນາມ ໄດ້ຕັ້ງຄຳຖາມຢ່າງຮ້າຍແຮງ ກ່ຽວກັບບັນດາຄຳໝັ້ນສັນຍາຂອງ ຈີນ, ລວມມີ ຖະແຫຼງການຂອງ ອາຊຽນ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ສຳລັບມາດຕະການສັນຕິພາບໃນການຂັດແຍ້ງກັນຢູ່ທະເລ”.

ໜັງສືພິມ ປິຣາມິດ ຂອງ ອີຢິບ ໄດ້ໃຫ້ຂ່າວກ່ຽວກັບບັນດາຄວາມວິຕົກກັງວົນຂອງສາກົນ ຕໍ່ການແຊກແຊງຂອງ ຈີນ ເຂົ້າໃນການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດ ຫວຽດນາມ. ໜັງສືພິມມີຕອນຂຽນວ່າ: “ອາເມລິກາ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບການແຊກແຊງຂອງ ຈີນ ເຂົ້າໃນບັນດາການເຄື່ອນໄຫວນ້ຳມັນອາຍແກັດຢູ່ບັນດາເຂດທະເລຂອງ ຫວຽດນາມ, ຖືວ່າ ສິ່ງນີ້ໄດ້ຕັ້ງຄຳຖາມຢ່າງເຂັ້ມງວດກ່ຽວກັບຄຳໝັ້ນສັນຍາຂອງ ປັກກິ່ງ ໃນການແກ້ໄຂການຂັດແຍ້ງກັນຢູ່ທະເລ”.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

Link: https://huunghivietlao.thoidai.com.vn/detail-article-246.html

In bài biết