00:54 | 14/05/2019

ສະຫະພັນມິດຕະພາບ ປຸກລະດົມຂະບວນການແຂ່ງຂັນ ພາຍໃນພະນັກງານ ແລະ ບຸກຄະລາກອນ ຂອງສະຫະພັນ ປີ 2019

ສະຫະພັນມິດຕະພາບ ປຸກລະດົມຂະບວນການແຂ່ງຂັນ ພາຍໃນພະນັກງານ ແລະ ບຸກຄະລາກອນ ຂອງສະຫະພັນ ປີ 2019

ທ່ານນາງ ຫງວ໋ຽນ ເຟືອງງາ ປະທານສະຫະພັນມິດຕະພາບຫວຽດນາມ ກ່າວຄຳອວຍພອນປີໃໝ່.

ບົນບັນຍາກາດແຫ່ງລະດູບານໃໝ່ປີກຸນ, ຕ່າງໜ້າການນຳຂອງສະຫະພັນມິດຕະພາບ ປະທານສະຫະພັນ ທ່ານນາງ ຫງວ໋ຽນ ເຟືອງງາ ໄດ້ອວຍພອນມາຍັງບັນດາພະນັກງານ, ບຸກຄະລາກອນຂອງສະຫະພັນ ໃຫ້ມີສຸຂະພາບເຂັ້ມແຂງ, ມີໂຊມີໄຊ, ຄິດສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ; ພ້ອມກັນນັ້ນກໍ່ກ່າວຂອບໃຈມາຍັງຄວາມພະຍາມຍາມບາກບັ່ນຂອງຄະນະພະນັກງານ ກໍ່ຄືບຸກຄົນ ທີ່ໄດ້ປະກອບສ່ວນເຂົ້າໃນຄວາມສຳເລັດລວມຂອງສະຫະພັນມິດຕະພາບໃນໄລຍະຜ່ານມາ.

ພ້ອມກັນນັ້ນ ຕ່າງໜ້າການໃຫ້ແກ່ຄະນະຮັບຜິດຊອບສະຫະພັນ ທ່ານນາງ ຫງວ໋ຽນ ເຟືອງງາ ກໍ່ໄດ້ປຸກລະດົມການແຂ່ງຂັນມາຍັງພະນັກງານ ກໍ່ຄືຄະນະພະນັກງານໃນປີ 2019ນີ້, ສຸມໃສ່ກຳແໜ້ນ 5 ເນື້ອໃນການແຂ່ງຂັນ ຂອງລັດຖະບານປຸກລະດົມ ໃນກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ IX.

ສະຫະພັນມິດຕະພາບ ປຸກລະດົມຂະບວນການແຂ່ງຂັນ ພາຍໃນພະນັກງານ ແລະ ບຸກຄະລາກອນ ຂອງສະຫະພັນ ປີ 2019

ທ່ານນາງ ຫງວ໋ຽນ ເຟືອງງາ ປະທານສະຫະພັນ ແລະ ທ່ານ ໂດນ ຕ໋ວນຟອງ ຮອງປະທານ ອວຍພອນປີໃຫມ່ໃຫ້ແກ່ພະນັກງານສະຫະພັນ.

ໃນນັ້ນ ສະຫະພັນມິດຕະພາບ ໄດ້ວາງແຜນສືບຕໍ່ປະຕິບັດໃຫ້ໄດ້ເປັນຢ່າງດີ ມະຕິກອງປະຊຸມໃຫ່ຍຂອງພັກທົ່ວປະເທດ ຄັ້ງທີ XII; ຄຳສັ່ງ ເລກທີ 05 CT/TW ວັນທີ 15/5/2016 ຂອງກົມການເມືອງ ກ່ຽວກັບ “ ຊຸກຍູ້ການຮຳ່ຮຽນ ແລະ ເດີນຕາມແນວຄິດ, ຄຸນສົມບັດ, ຮູບແບບການກຳເນີນຊີວິດ ຂອງ ປະທານໂຮ່ຈີ໋ມິງ” ຕິດພັນກັບການປະຕິບັດມະຕິຂອງສູນກາງພັກ ຄັ້ງທີ 4 ສະໄໝທີ XII ກ່ຽວກັບ “ ເພີ່ມທະວີການກໍ່ສ້າງ ແລະ ປັບປຸງ ພັກ; ສະກັດກັ້ນ, ຕີຖອຍຄວາມເສຍທາດຂາດຄຸນ ດ້ານແນວຄິດການເມືອງ, ຄຸນສົມບັດ, ການດຳລົງຊີວິດ, ພຶດຕິກຳ “ປ່ອຍປະລະເລີຍ”, “ຫັນປ່ຽນດ້ວຍຕົນເອງ” ພາຍໃນ”. ພ້ອມກັນນັ້ນສືບຕໍ່ໂຄສະນາ, ເຊື່ອມຊືມແນວຄິດຂອງປະທານໂຮ່ຈີ໋ມິງ ກ່ຽວກັບການແຂ່ງຂັນຮັກຊາດ ແລະ ເນື້ອໃນປ່ຽນແປງດ້ານວຽກງານການແຂ່ງຂັນ, ຍ້ອງຍໍ. ເປັນເສນາທິການໃນການກໍ່ສ້າງກົນໄກ, ນະໂຍບາຍ ດ້ານການແຂ່ງຂັນ, ຍ້ອງຍໍ, ເຮັດໃຫ້ກົນຈັກສົມບູນ, ຍົກສູງຄຸນນະພາບຂອງວຽກງານ.

ທ່ານຍັງໄດ້ກ່າວຢ່າງຈະແຈ້ງວ່າ: ສະຫະພັນຕ້ອງໄດ້ເພີ່ມທະວີການຊີ້ນຳ, ແນະນະ, ກວດກາ ຊຸກຍູ້ບັນດາຂະບວນການແຂ່ງຂັນຮັກຊາດ, ການປຸກລະດົມຂອງບັນດາອົງການ, ເສີມຂະຫຍາຍຄວາມເຂັ້ມແຂງຂອງ ສະມາຊິກພັກ, ສະມາຊິກອົງການຈັດຕັ້ງ, ພະນັກງານ, ບຸກຄະລາກອນ, ຊາວຜູ້ອອກແຮງງານ, ຮ່ວມກັບລັດຖະບານ ແລະ ອຳນາດການປົກຄອງທຸກໆຂັ້ນ ປະຕິບັດໃຫ້ສຳເລັດເປົ້າໝາຍ ສ້າງຄວາມມີສະຖຽນລະພາບ ແລະ ພັດທະນາເສດຖະກິດປີ 2018.

ພິເສດຍົກສູງທີ່ຕັ້ງ, ບົດບາດຂອງສະຫະພັນໃນລະບົບການເມືອງ, ສືບຕໍ່ເຮັດສຳເລັດກົນໄກ, ລະບອບນະໂຍບາຍໃຫ້ພະນັກງານ ແລະ ໃນທົ່ວທັງລະບົບຂອງສະຫະພັນ. ຄຽງຄູ່ກັນນັ້ນກໍ່ຄົ້ນຄວ້າປະຕິບັດບັນດາຂໍ້ກຳນົດຂອງພັກ ແລະ ລັດ , ບັນດາຂໍ້ກຳນົດພາຍໃນຂອງສະຫະພັນມິດຕະພາບ, ປະຕິບັດໃຫ້ໄດ້ດີຮີດຄອງ, ປະຕິບັດໂມງເວລາໃນການເຮັດວຽກ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2447.html

In bài biết