00:54 | 14/05/2019

ຮອງນາຍົກລັດຖະມົນຕີ ຟ້າມ ບິ່ງມິງ ພົບປະເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ

ຮອງນາຍົກລັດຖະມົນຕີ ຟ້າມ ບິ່ງມິງ ພົບປະເຈລະຈາກັບ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ

ບັນຍາກາດກອງປະຊຸມເຈລະຈາ ລະຫວ່າງ ຫວຽດນາມ ແລະ ສປປ ເກົາຫຼີ.

ທີ່ກອງປະຊຸມພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ Ri Yong Ho, ທ່ານ ຟ້າມ ບິ່ງມິງ ສະແດງຄວາມຍິນດີ ແລະ ດີອົກດີໃຈໃນການມາຢ້ຽມຢາມ ສປປ ເກົາຫຼີຄັ້ງນີ້; ທ່ານຢືນຢັນວ່າ ຈະພະຍາຍາມຢ່າງສຸດຄວາມສາມາດຮ່ວມກັບ ສປປ ເກົາຫຼີ ຊຸກຍູ້ ການແລກປ່ຽນ, ຮ່ວມມືໃນທຸກໆຂົງເຂດທີ່ສອດຄ່ອງກັບທ່າແຮງ ແລະ ຜົນປະໂຫຍດຂອງແຕ່ລະປະເທດ, ຕາມຂໍ້ກຳນົດຂອງແຕ່ລະປະເທດ ກໍ່ຄືສາກົນ ເພື່ອສັນຕິພາບ, ພັດທະນາຂອງພູມມິພາກ ແລະ ຂອງໂລກ. ຫວຽດນາມ ກຽມພ້ອມທີ່ຈະແບ່ງປັນກັບ ສປປ ເກົາຫຼີ ບັນດາບົດຮຽນໃນການສ້າງສາປະເທດ, ພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງສາກົນບົນພື້ນຖານການສະເໜີຂອງ ສປປ ເກົາຫຼີ.

ກ່ຽວກັບບັນຫາ ແຫຼມເກົາຫຼີ ທ່ານຮອງນາຍົກລັດຖະມົນຕີ ຟ້າມ ບິ່ງມິງ ຢືນຢັນເຖິງອຸດົມການຂອງຫວຽດນາມ ແມ່ນສະໜັບສະໜູນການເຈລະຈາ ເພື່ອຮັກສາສັນຕິພາບ, ຄວາມສະຫົງບ, ສະຖຽນລະພາບ ຂອງແຫຼມເກົາຫຼີ ແລະ ກຽມພ້ອມທີ່ຈະປະກອບສ່ວນເຂົ້າໃນຂວນບວນການເຈລະຈາດັ່ງກ່າວ.

ທ່ານ Ri Yong Ho ລັດຖະມົນຕີກະຊວງການຕ່າງປະເທດ ສປປ ເກົາຫຼີ ສະແດງຄວາມຍິນດີທີ່ໄດ້ພົບກັບ ທ່ານ ຟ້າມ ບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢູ່ ທີ່ປຽງຢາງຄັ້ງນີ້; ເນັ້ນໜັກເຖິງຄວາມມຸ້ງຫວັງຢາກຊຸກຍູ້ສາຍພົວພັນຂອງສອງປະເທດ ພັດທະນາຢ່າງເຂັ້ມແຂງຂື້ນຕື່ມ, ໂດຍສະເພາະແມ່ນ ປີ 2020, ຄົບຮອບ 70 ປີຂອງການສ້າງສາຍພົວພັນການທູດ; ເຫັນດີເປັນເອກກະພາບໃນການແລກປ່ຽນບັນດາມາດຕະການຂອງການເພີ່ມທະວີສາຍພົວພັນສອງຝ່າຍ ສອດຄ່ອງກັບສະພາບການປ່ຽນແປງໃໝ່; ຂອບໃຈຕໍ່ອຸດົມການ ແລະ ຄວາມມານະພະຍາຍາມ ຂອງຫວຽດນາມ ໃນການຊຸກຍູ້ຂະບວນການເຈລະຈາເພື່ອສັນຕິພາບ, ຄວາມສະຫົງບ, ຮ່ວມມື ແລະ ພັດທະນາຂອງແຫຼມເກົາຫຼີ.

ທີ່ກອງປະຊຸມທັງສອງຝ່າຍໄດ້ລາຍງານຕໍ່ກັນຝັງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ; ໂດຍສະເພາະແມ່ນການສືບຕໍ່ປະສານສົບທົບກັນ ຢູ່ບົນເວທີສາກົນ ແລະ ພູມມິພາກ ເປັນຕົ້ນແມ່ນ ອົງການສະຫະປະຊາຊາດ, ກອງປະຊຸມ ຂະບວນການບໍ່ເຊື່ອມຕໍ່, ກອງປະຊຸມພູມມິພາກ ARF, ບັນດາກອງປະຊຸມ, ເວທີສາກົນ ລະຫວ່າງ ບັນດາພັກການເມືອງ..., ເພີ່ມທະວີການແລກປ່ຽນກ່ຽວກັບບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ ເປັນຕົ້ນແມ່ນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ໃນພູມມິພາກ.


(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2446.html

In bài biết