00:54 | 14/05/2019

ຊີວະປະຫວັດຫຍໍ້ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ຊີວະປະຫວັດຫຍໍ້ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ

ສະຫາຍ ຫງວຽນ ຟູ ຈ້ອງ

- ຊື່ ແລະ ນາມສະກຸນ: ຫງວຽນ ຟູ ຈ້ອງ

- ວັນ, ເດືອນ, ປີເກີດ: 14 ເມສາ 1944

- ບ້ານເກີດ: ຕາແສງດົງໂຫຍ, ເມືອງດົງແອງ, ນະຄອນຫຼວງຮ່າໂນ້ຍ

- ລະດັບວິຊາສະເພາະ: ສາສະດາຈານ, ປະລິນຍາເອກການເມືອງວິທະຍາ

- ລະດັບທິດສະດີການເມືອງ: ຊັ້ນສູງ

- ວັນເດືອປີເກີດເຂົ້າພັກ: 19 ທັນວາ 1967

ປະຫວັດການເຄື່ອນໄຫວວຽກງານ ໂດຍຫຍໍ້:

12/1967-08/1996: ເຮັດວຽກຢູ່ວາລະສານກອມມູນິດ (ອົງການທິດສະດີ ແລະ ການ ເມືອງຂອງສູນກາງພັກກອມມູນິດ ຫວຽດນາມ). ໄດ້ຮັບໜ້າທີ່ຕໍາແໜ່ງ ຕາມລໍາດັບດັ່ງນີ້:

- ເປັນຮອງຫົວໜ້າຄະນະຫຼັງຈາກນັ້ນຂື້ນເປັນຫົວໜ້າຄະນະກໍ່ສ້າງພັກ (8/1983-2/1989);

- ເປັນກໍາມະການຄະນະບັນນາທິການວາລະສານກໍ່ສ້າງພັກ (3/1989-04/1990);

- ເປັນຮອງຫົວໜ້າບັນນາທິການວາລະສານກໍ່ສ້າງພັກ (5/1990-7/1991);

- ເປັນຫົວໜ້າບັນນາທິການໃຫຍ່ວາລະສານກໍ່ສ້າງພັກ (8/1991-8/1996);

- 08/1996-02/1998: ເປັນຮອງເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ;

- 02/1998-01/2000: ເປັນກໍາມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມ ມູນິດ ຫວຽດນາມ, ຮັບຜິດຊອບວຽກງານແນວຄິດ-ວັດທະນະທໍາ ແລະ ວິທະຍາສາດການສຶກສາຂອງພັກ;

- 08/1999-04/2001: ເຂົ້າຮ່ວມໃນຄະນະປະຈໍາການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ;

- 01/2000-06/2006: ເປັນເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ (ສະໄໝ XII, XIII, XIV).

- 03/1998-08/2006: ເປັນຮອງປະທານ, ປະທານສະພາທິດສະດີສູນກາງ, ຮັບຜິດຊອບວຽກງານທິດສະດີຂອງພັກກອມມູນິດຫວຽດນາມ;

- 06/2006-07/2011: ເປັນປະທານສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ຊຸດ XI, XII);

- 01/2011-01/2016: ເປັນເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ (ສະໄໝທີ XI);

- 01/2016: ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ສະໄໝທີ XII);

- 10/2018 ເຖິງປະຈຸບັນ: ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ.

- ກໍາມະການສູນກາງພັກສະໄໝທີ VII,VIII, IX, X, XI, XII; ກໍາມະການກົມການເມືອງສູນກາງພັກ ສະໄໝທີ VIII, IX, X, XI, XII; ສະມະຊິກສະພາແຫ່ງຊາດຊຸດທີ XI, XII, XIII, XIV.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-2432.html

In bài biết