ການນໍາເຂົ້າ ແລະ ສົ່ງອອກໃນເດືອນມັງກອນ 2019 ບັນລຸໄດ້ຫຼາຍກວ່າ 40 ຕື້ ໂດລາສະຫະລັດ
ການສົ່ງອອກສິນຄ້າໃນເດືອນ ມັງກອນ ປີ 2019 ບັນລຸ 20 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 1,9% ເມື່ອທຽບກັບເດືອນທັນວາ ປີ 2018
ໃນນັ້ນ, ການສົ່ງອອກສິນຄ້າໃນເດືອນ ມັງກອນ ປີ 2019 ບັນລຸ 20 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 1,9% ເມື່ອທຽບກັບເດືອນທັນວາ ປີ 2018, ຫຼຸດລົງ 1,3% ທຽບໃສ່ໄລຍະດຽວກັນຂອງປີ 2018. ການນໍາເຂົ້າສິນຄ້າໃນເດືອນມັງກອນ ປີ 2019 ບັນລຸ 20,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,7% ເມື່ອທຽບກັບເດືອນທັນວາ ປີ 2018, ເພີ່ມຂຶ້ນ 3,1% ທຽບໃສ່ໄລຍະດຽວກັນໃນປີ 2018.
ດັ່ງນັ້ນ, ຍອດມູນຄ່າການຄ້າຂອງສິນຄ້າໄດ້ບັນລຸ 800 ລ້ານໂດລາສະຫະລັດ, ເທົ່າກັບ 4% ຂອງມູນຄ່າສົ່ງອອກ. ໃນນັ້ນ, ວິສາຫະກິດພາຍໃນໄດ້ນໍາເຂົ້າບັນລຸ 2,6 ຕື້ໂດລາສະຫະລັດ; ຂະແຫນງການລົງທຶນຕ່າງປະເທດ - FDI (ລວມທັງນໍ້າມັນດິບ) ໄດ້ມີການສົ່ງອອກບັນລຸ 1,8 ຕື້ໂດລາສະຫະລັດ.
ອີງຕາມສະຖິຕິ, ໃນເດືອນມັງກອນ ປີ 2019, ມີ 5 ຜະລິດຕະພັນສົ່ງອອກທີ່ມີມູນຄ່າຫຼາຍກວ່າ 1 ຕື້ໂດລາສະຫະລັດ, ຕະຫຼາດແບບດັ້ງເດີມຍັງສືບຕໍ່ໄດ້ຮັບການຮັກສາເປັນຕົ້ນຄື: ອາເມລິກາ, ເກົາຫລີໃຕ້, ຈີນ ...
ໃນຂະນະດຽວກັນ, ຕາມສະຖິຕິເບື້ອງຕົ້ນຂອງກົມໃຫຍ່ພາສີອາກອນ, ນັບແຕ່ຕົ້ນປີ 2019 ຫາວັນທີ 13 ເດືອນກຸມພາມູນຄ່າທັງຫມົດຂອງສິນຄ້າສົ່ງອອກຂອງຫວຽດນາມໄດ້ບັນລຸ 50 ຕື້ ໂດລາສະຫະລັດ. ໃນໄລຍະນີ້, ມີໃບຟອມແຈ້ງສິນຄ້າສົ່ງອອກ ແລະ ນໍາເຂົ້າ ດ້ວຍຈໍານວນ 1,29 ລ້ານໃບຂອງວິສາຫະກິດເກືອບ 50.000 ແຫ່ງທົ່ວປະເທດ.
ສະຖານະການການສົ່ງອອກໃນປີນີ້ໄດ້ຮັບການຄາດຄະເນວ່າຈະມີຄວາມສະດວກຫລາຍຢ່າງ, ເນື່ອງຈາກການປັບປຸງດ້ານສະພາບແວດລ້ອມການລົງທຶນທຸລະກິດຢ່າງແຂງແຮງ. ນອກຈາກນັ້ນ, ສັນຍາການຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນບັງຂັບນໍາໃຊ້ຢ່າງເປັນທາງການ, ຄຽງຄູ່ກັບຂໍ້ຕົກລົງການຄ້າຈໍານວນຫຼາຍຍັງສືບຕໍ່ສ້າງຄວາມດຶງດູດການລົງທຶນຕ່າງປະເທດ, ຊ່ວຍໃຫ້ວິສາຫະກິດມີແຮງຈູງໃຈໃນການຜະລິດ.
ຢ່າງໃດກໍ່ຕາມ, ການນໍາເຂົ້າຈະເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ເສດຖະກິດໃນປີ 2019 ເນື່ອງຈາກມີນະໂຍບາຍບູລິມະສິດດ້ານພາສີອາກອນຫລາຍຢ່າງ. ເນື່ອງຈາກນະໂຍບາຍບູລິມະສິດນີ້, ສິນຄ້ານໍາເຂົ້າຈາກບັນດາປະເທດຢູ່ຕະຫຼາດຫວຽດນາມຈະມີລາຄາຕໍ່າກວ່າ, ການແຂ່ງຂັນທີ່ດີຂຶ້ນ.
ກ່ອນຫນ້ານີ້, ອີງຕາມການສະຖິຕິ, ໃນປີ 2018, ມູນຄ່າສິນຄ້ານໍາເຂົ້າ ແລະ ສົ່ງອອກຂອງຫວຽດນາມບັນລຸ 480,17 ຕື້ໂດລາສະຫະລັດ, ໃນນັ້ນການສົ່ງອອກເບື້ອງຕົ້ນໄດ້ບັນລຸ 243,48 ຕື້ ໂດລາສະຫະລັດ ແລະ ການນໍາເຂົ້າເບື້ອງຕົ້ນໄດ້ບັນລຸ 236,69 ຕື້ ໂດລາສະຫະລັດ.
(ໄຊພອນ)