00:54 | 14/05/2019

ສະຫະລັດອາເມລິກາຖືເປັນສໍາຄັນໃນການຮ່ວມມືຄູ່ຮ່ວມຮອບດ້ານກັບຫວຽດນາມ

ສະຫະລັດອາເມລິກາຖືເປັນສໍາຄັນໃນການຮ່ວມມືຄູ່ຮ່ວມຮອບດ້ານກັບຫວຽດນາມ

ທ່ານ ຟ້າມ ບີ່ງ ມີງ ແລະ ທ່ານ Michael Pompeo

ໃນການເຈລະຈາຄັ້ງນີ້, ທ່ານ Michael Pompeo ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາສູງໃນການເປັນເຈົ້າພາບຂອງຫວຽດນາມໃນການຈັດກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງອາເມລິກາ - ສປປ ເກົາຫຼີ. ສະແດງຄວາມປາຖະຫນາໃຫ້ຫວຽດນາມສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປອດອາວຸດນິວເຄຼຍ ແລະ ສ້າງຄວາມສັນຕິພາບທີ່ຍືນຍົງໃນເຂດແຫຼມເກົາຫຼີ.

ທ່ານ Michael Pompeo ກໍ່ໄດ້ຢືນຢັນວ່າສະຫະລັດອາເມລິກາຖືເປັນສໍາຄັນໃນການຮ່ວມມືຄູ່ຮ່ວມຮອບດ້ານກັບຫວຽດນາມ ແລະ ຈະສືບຕໍ່ຮ່ວມມືກັບຫວຽດນາມເພື່ອຊຸກຍູ້ການພົວພັນສອງຝ່າຍໃນການພັດທະນາອັນເປັນພືດຕິກໍາ ແລະ ມີປະສິດທິຜົນ ກວ່າເກົ່າໃນເວລາຕໍ່ໜ້າ. ຄວາມປາຖະຫນາໃຫ້ຫວຽດນາມເປັນປະເທດມີຄວາມພັດທະນາ, ເອກະລາດ, ວັດທະນາຖາວອນ, ນັບມື້ນັບມີບົດບາດສໍາຄັນໃນພາກພື້ນ.

ສອງຝ່າຍໄດ້ຕົກລົງເຫັນດີໃຫ້ການບູລິມະສິດໃນການຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນ ແລະ ພົບປະ ຂອງການນໍາຂັ້ນສູງໃນປີ 2019, ການສະເຫຼີມສະຫຼອງຄົບຮອບ 25 ປີ ຂອງການສ້າງຕັ້ງການພົວພັນທາງການທູດໃນປີ 2020; ສືບຕໍ່ຖືສໍາຄັນໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ; ເພີ່ມທະວີໃນການພົວພັນດ້ານການສຶກສາ ແລະ ການກໍ່ສ້າງ, ການແລກປ່ຽນດ້ານປະຊາຊົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2417.html

In bài biết