09:38 | 30/07/2019

ງານປະກວດສຽງເພງ ອາຊຽນ +3: ການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ

ງານປະກວດສຽງເພງ ອາຊຽນ +3: ການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ

ງານປະກວດສຽງເພງ ອາຊຽນ +3: ການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ.(ພາບ:vtc.vn)

ງານປະກວດສຽງເພງ ອາຊຽນ +3 ປີ 2019 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບ ແຂວງກ໋ວາງນິງ ຈັດຕັ້ງຂຶ້ນໃນລະຫວ່າງວັນທີ 26 – 28 ກໍລະກົດ ໄດ້ສົ່ງສານຢ່າງແຮງກ່ຽວກັບນ້ຳໃຈສາມັກຄີ, ຄວາມຄາດຫວັງມີສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ.

ຜ່ານການສະແດງຂອງຜູ້ເຂົ້າຮ່ວມງານປະກວດ 10 ຄົນທີ່ເຂົ້າຮ່ວມຮອບຊິງຊະນະເລີດ, ຄະນະກຳມະການໄດ້ຕັດສິນໃຫ້ຜູ້ເຂົ້າແຂ່ງຂັນ Rosario Ninih Chamini Bianis ມາຈາກປະເທດ ມຽນມາ, ໄດ້ຮັບລາງວັນທີ 1. ນອກຈາກນັ້ນ, ນັກຮ້ອງສອງຄົນ ແມ່ນ ເຈິ່ນຮົ່ງຍຸງ (ຫວຽດນາມ) ແລະ Aicelle Anne Coronel Santos (ຟີລິບປິນ)ໄດ້ຮັບລາງວັນທີ 2, ນັກຮ້ອງ 2 ຄົນແມ່ນ Olivia Christina (ອິນໂດເນເຊຍ) ແລະ Eint Chit (ມຽນມາ) ໄດ້ຮັບລາງວັນທີ 3.

ງານປະກວດສຽງເພງ ອາຊຽນ +3: ການແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ

ນັກຮ້ອງ Rosario Ninih Chamini Bianis ມາຈາກປະເທດ ມຽນມາ ຜູ້ໄດ້ຮັບລາງວັນທີ 1.(ພາບ: vovworld.vn)

ທີ່ພິທີ, ເຖິງວ່າບັນດາຜູ້ເຂົ້າຮ່ວມງານປະກວດໄດ້ສະແດງບົດເພງດ້ວຍຫຼາຍພາສາແຕກຕ່າງກັນກໍ່ຕາມແຕ່ກໍ່ລ້ວນແຕ່ແມ່ນທຳນອງເພງທີ່ມ່ວນໆເສັນລະເສີນຊີວິດການເປັນຢູ່, ມະນຸດ ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດ ອາຊຽນ ແລະ ເພື່ອນມິດສາກົນ. ເມື່ອງານປະກວດສຽງເພງ ອາຊຽນ +3 ໄດ້ອັດລົງ, ບັນດາຜູ້ເຂົ້າຮ່ວມງານປະກວດໄດ້ມອບບັນດາຄຳອວຍພອນ, ການໂອບກອດອັນອົບອຸ່ນ ແລະ ທັງບັນດາຢາດນ້ຳຕາໃນຂະນະທີ່ຕ້ອງລາຈາກກັນໄປ.

ງານປະກວດສຽງເພງ ອາຊຽນ +3 ບໍ່ພຽງແຕ່ການແຂ່ງຂັນເທົ່ານັ້ນ, ຫາກຍັງແມ່ນການສະຖານທີ່ທີ່ເຕັມໄປດ້ວຍນ້ຳໃຈມິດຕະພາບ ແລະ ຄວາມຟົດຟື້ນ ຂອງຊາວໜຸ່ມອີກດ້ວຍ, ເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້, ການພົວພັນແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນກໍ່ຄືບັນດາເພື່ອນມິດສາກົນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-240.html

In bài biết