00:54 | 13/05/2019

ໃນປີ 2019 ເສດຖະກິດຫວຽດນາມອາດຈະຂະຫຍາຍຕົວ 6,9%

ໃນປີ 2019 ເສດຖະກິດຫວຽດນາມອາດຈະຂະຫຍາຍຕົວ 6,9%

VEPR ຄາດຄະເນວ່າເສດຖະກິດຂອງຫວຽດນາມຈະມີການເຕີບໂຕລື່ນຄາດຫມາຍວາງອອກໃນ ປີ 2019

ນີ້ແມ່ນການຄາດຄະເນຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ໃນກອງປະຊຸມກ່ຽວກັບການເຜີຍແຜ່ບົດລາຍງານການປະເມີນຜົນເສດຖະກິດມະຫາພາກໃນໄຕມາດ IV ແລະ ໃນປີ 2018 ທີ່ໄດ້ໄຂຂຶ້ນໃນວັນທີ 10 ເດືອນ ມັງກອນ ປີ 2019 ທີ່ຮ່າໂນ້ຍ. ທ່ານ ຫງວຽນ ດຶກ ແທ່ງ, ຫົວໜ້າສະຖາບັນ VEPR ກ່າວວ່າອັດຕາການເຕີບໂຕນີ້ເພີ່ມຂຶ້ນ 0,1% ເມື່ອທຽບກັບເປົ້າຫມາຍຂອງການພັດທະນາເສດຖະກິດ - ສັງຄົມໃນປີ 2019 ທີ່ສະພາແຫ່ງຊາດຮັບຮອງ. ຍິ່ງໄປກວ່ານັ້ນ, ຄາດໝາຍຂອງການເຕີບໂຕຂອງ GDP ຈະສາມາດບັນລຸ ໄດ້ລະດັບສູງ ໃນສະພາບການຂອງຫວຽດນາມ ໄດ້ຮັບຜົນປະໂຫຍດ ຈາກສົງຄາມການຄ້າລະຫວ່າງ ຈີນ - ອາເມລິກາ.

ທ່ານ ຫງວຽນ ດຶກ ແທ່ງ ກໍ່ເນັ້ນໜັກວ່າ: “ເປັນຕົວຂັບເຄື່ອນສໍາລັບການເຕີບໂຕທາງດ້ານເສດຖະກິດໃນປີ 2019 ໂດຍອີງໃສ່ພື້ນຖານຂອງຫຼາຍປີທີ່ຜ່ານມາແມ່ນວົງຈອນເສດຖະກິດຍັງສືບຕໍ່ຟື້ນຕົວກໍ່ຄືຄວາມພະຍາຍາມຂອງຂົງເຂດວິສາຫະກິດ ແລະ ການປະຕິຮູບຂອງລັດຖະບານກໍ່ຈະສ້າງຄວາມສະດວກສໍາລັບດ້ານເສດຖະກິດ”.

ນອກຈາກນັ້ນ, ອີງຕາມທ່ານ ຫງວຽນ ດຶກ ແທ່ງ ໃຫ້ຮູ້ວ່າຕື່ມອີກວ່າ: ສິ່ງນີ້ຈະກາຍເປັນຄວາມເປັນຈິງກໍ່ຕ້ອງໄດ້ຮັບການປັບປຸງທາງດ້ານລະບຽບການ, ສະພາບແວດລ້ອມການດຳເນີນທຸລະກິດ ແລະ ຄຸນນະພາບຂອງແຮງງານພາຍໃນ.ທ່ານກໍ່ຍັງໄດ້ໃຫ້ຄໍາເຫັນຕື່ມອີກວ່າ: ໃນສະພາບການມີການປ່ຽນແປງຂອງລາຄານໍ້າມັນໃນໂລກ, ຄວາມກົດດັນຕໍ່ທະນາຄານແຫ່ງລັດຕໍ່ໜ້າກັບການຮັກສາສະຖຽນລະພາບດ້ານລາຄາ ແລະ ຄວບຄຸມອັດຕາເງິນເຟີ້ບໍ່ແມ່ນຫນ້ອຍ. ດັ່ງນັ້ນທະນາຄານແຫ່ງລັດກໍ່ຕ້ອງລະມັດລະວັງໃນການສະຫນອງເງິນກູ້ ແລະ ການປ່ອຍສິນເຊື່ອໃນອານາຄົດຖ້າບໍ່ດັ່ງນັ້ນກໍ່ບໍ່ສາມາດຄວບຄຸມອັດຕາເງິນເຟີ້ໄດ້. ອີງຕາມ VEPR, ການເຕີບໂຕທາງດ້ານເສດຖະກິດຂອງຫວຽດນາມໃນໄລຍະຍາວຈະສືບຕໍ່ເພີ່ມ FDI, ການລົບລ້າງອຸປະສັກທາງດ້ານສະຖາບັນ, ປັບປຸງສະພາບແວດລ້ອມທຸລະກິດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2393.html

In bài biết