00:54 | 13/05/2019

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ອິສທວານ ຈໍກອບ ຮອງປະທານສະພາແຫ່ງຊາດ ສ.ຮົງກາລີ.


ໂອກາດດັ່ງກ່າວ, ທ່ານ ສົມ​ດີ ດວງ​ດີ ກໍໄດ້ສະແດງຄວາມຊົມ​ເຊີຍ, ຍິນດີຕ້ອນຮັບອັນອົບອຸ່ນ ​ແລະ ຕີລາຄາສູງຕໍ່ ທ່ານ ອິສທວານ ຈໍກອບ ທີ່​ໄດ້​ນຳພາຄະນະ ມາຢ້ຽມຢາມ ສປປ ລາວໃນ​ຄັ້ງ​ນີ້, ຊຶ່ງ​ຈະ​ເປັນການປະກອບສ່ວນອັນ​ສຳຄັນ ​ເຂົ້າ​ໃນ​ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ໃນໄລຍະຜ່ານມາລະຫວ່າງ ສປປ ລາວ ແລະ ສ.ຮົງກາລີ ​ໃຫ້ນັບ​ມື້​ນັບ​ແໜ້ນແຟ້ນຍິ່ງໆຂຶ້ນ.

​ໃນໂອກາດ​ດຽວ​ກັນ, ທ່ານ ອິສທວານ ຈໍກອບ ກໍ​ໄດ້ຕາງໜ້າ​​ໃຫ້​ຄະນະສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງ​ນາຍົກລັດຖະມົນຕີ, ພ້ອມ​ທັງ​ແຈ້ງ​ຈຸດປະສົງ​ຂອງ​ການ​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້​ໃຫ້​ຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ສິງ​ຄຳ/ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-2376.html

In bài biết