00:54 | 13/05/2019

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາອະດີດນັກການທູດອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາອະດີດນັກການທູດອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ. (ພາບ: ສໍານັກຂ່າວສານຫວຽດນາມ)

ທີ່ການຕ້ອນຮັບ, ທ່ານ John Kerry ໃຫ້ຮູ້ວ່າຍາມໃດທ່ານກໍ່ເອົາໃຈໃສ່ເຖິງບັນດາບັນຫາຫວຽດນາມ; ສະແດງຄວາມປາດຖະໜາຢາກໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາໃນໄລຍະຈະມາເຖິງ. ຕາມທ່ານ John Kerry ແລ້ວ, ປັດຈຸບັນຫວຽດນາມ ກໍາລັງປະສົບກັບສິ່ງທ້າທາຍ 2 ຢ່າງ, ນັ້ນແມ່ນ: ເຂດທົ່ງພຽງແມ່ນໍ້າຂອງກໍາລັງຖືກຂົ່ມຂູ່ຍ້ອນການປ່ຽນແປງຂອງດິນຟ້າອາກາດ; ຄວາມຕ້ອງການດ້ານພະລັງງານຂອງຫວຽດນາມໃນວິວັດການພັດທະນາແມ່ນໃຫຍ່ຫຼວງທີ່ສຸດ.

ທ່ານ John Kerry ປາດຖາໜາຢາກພ້ອມກັບຄູ່ຮ່ວມມືຫວຽດນາມ ສ້າງຕັ້ງການຮ່ວມທຸລະກິດຢູ່ຫວຽດນາມເພື່ອສ້າງຕາຂ່າຍໄຟຟ້າຮັບໃຊ້ແຫຼ່ງພະລັງງານໄຟຟ້າແຮງລົມຂະໜາດໃຫຍ່, ນໍາມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງດ້ານພະລັງງານຜະລິດຄືນໃໝ່ຂອງຫວຽດນາມ. ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ຖືພະລັງງານຜະລິດຄືນໃໝ່ແມ່ນຂົງເຂດບຸລິມະສິດພັດທະນາ, ພ້ອມທັງພັດທະນາຄວາມດຸ່ນດ່ຽງແຫຼ່ງໄຟຟ້າ. ບົນຈິດໃຈນັ້ນ, ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ທ່ານ John Kerry ແລະບັນດາໝູ່ເພື່ອນສືບຕໍ່ມີບັນດາການປະກອບສ່ວນເພື່ອຊຸກຍູ້ການພົວພັນຮ່ວມມືຫວຽດນາມ - ອາເມລິກາ ໃຫ້ສືບຕໍ່ພັດທະນາຢ່າງແຮງ.

ຕອນບ່າຍວັນດຽວກັນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Pete Peterson ອະດີດເອກອັກຄະລັດຖະທູດອາເມລິກາປະຈໍາຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-2375.html

In bài biết