11:05 | 10/05/2019

ຫວຽດນາມ ຕັ້ງຄວາມຫວັງຕໍ່ການເສີມຂະຫຍາຍບົດບາດນໍາພາໃນອາຍຸການເປັນປະທານອາຊຽນ 2020

ຫວຽດນາມ ຕັ້ງຄວາມຫວັງຕໍ່ການເສີມຂະຫຍາຍບົດບາດນໍາພາໃນອາຍຸການເປັນປະທານອາຊຽນ 2020

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາຖ່າຍຮູບລວມ. ພາບ: qdnd.vn

ກອງປະຊຸມສໍາມະນາໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ບົດບາດໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ໃນສະພາບການສາກົນ ແລະພາກພື້ນມີການປ່ຽນແປງ; ບັນດາບັນຫາທີ່ຫວຽດນາມຄວນສຸມໃສ່ຊຸກຍູ້ໃນຖານະຕໍາແໜ່ງເປັນປະທານອາຊຽນ ໃນປີ 2020; ບັນດາຄວາມສາມາດ, ບັນຫາ ແລະ ຂົງເຂດ ເຊິ່ງບັນດາຄູ່ຮ່ວມມືສາມາດໜູນຊ່ວຍຫວຽດນາມ ໃນປີເປັນປະທານອາຊຽນ 2020.

ທີ່ກອງປະຊຸມສໍາມະນາ, ສ່ວນຫຼາຍບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ທັດສະນະທີ່ວ່າ ອາຊຽນ ກໍາລັງຢືນຢູ່ຕໍ່ໜ້າໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການນັ້ນ, ຫວຽດນາມ ຕັ້ງຄວາມຫວັງໄວ້ວ່າຈະເສີມຂະຫຍາຍບົດບາດແກ່ນສານ ແລະ ນໍາພາໃນອາຍຸການເປັນປະທານອາຊຽນ 2020, ປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມອາຊຽນຢ່າງແທດຈິງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2365.html

In bài biết