ບັນຍາກາດຕ້ອນຮັບປີໃໝ່ປະຈໍາຊາດຂອງປະຊາຄົມຊາວຫວຽດນາມ ຢູ່ລາວ
ໃນບັນຍາກາດຕ້ອນຮັບປີໃໝ່ປະຈໍາຊາດອັນອົບອຸ່ນ, ທ່ານ ຫງວຽນບ໊າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ແລະໄທ ຮັບຊາບບັນດາຜົນງານປະທັບໃຈ ເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2018 ໃນບັນຂົງເຂດ ຄື: ການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໃນຜົນງານລວມນັ້ນມີການປະກອບສ່ວນສໍາຄັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
![]() |
ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັນຟ້ອນລໍາວົງຢ່າງເບີກບານມ່ວນຊື່ນ. (ພາບ: nhandan.com.vn)
ທ່ານ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ, ສະຖານທູດຫວຽດນາມ ແລະບັນດາອົງການຕາງໜ້າຫວຽດນາມ ປະຈໍາລາວ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະຊ່ວຍເຫຼືອພໍ່ແມ່ປະຊາຊົນ ເພື່ອແນໃສ່ກໍ່ສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ມີຄວາມສາມັກຄີ, ໝັ້ນຄົງເຂັ້ມແຂງ, ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.
ໃນບັນຍາກາດອັນອົບອຸ່ນນັ້ນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອ, ຮັບຊົມບັນດາລາຍການສະແດງສິລະປະໂດຍພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ລາວ ແລະປະຊາຄົມຊາວຫວຽດນາມ ຢູ່ວຽງຈັນ ສະແດງ.