16:11 | 09/04/2019

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂຮນ​ລັງ ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂຮນ​ລັງ ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Mark Rutte ນາຍົກລັດຖະມົນຕີ ລາຊະອານາຈັກໂຮນລັງ. (ພາບ: ສໍານັກຂ່າວສານຫວຽດນາມ)

ໃນສະພາບການພົວພັນລະຫວ່າງ ຫວຽດນາມ - ໂຮນລັງ ພວມມີການພັດທະນາຢ່າງດີງາມນັ້ນ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກໂຮນລັງ ແມ່ນເຫດການສຳຄັນໃນການສ້າງບາດກ້າວພັດທະນາໃໝ່ຂອງການພົວພັນສອງຝ່າຍ. ນີ້ແມ່ນໂອກາດເພື່ອໃຫ້ບັນດາການນຳຂັ້ນສູງສອງປະເທດແລກປ່ຽນມາດຕະການຮັດແໜ້ນການພົວພັນດ້ານການເມືອງ - ການຕ່າງປະເທດ, ເພີ່ມທະວີການຮ່ວມມືດ້ານການຄ້າ - ການລົງທຶນ ແລະເຮັດໃຫ້ບັນດາຂອບເຂດການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍເລິກເຊິ່ງກວ່າອີກ, ພິເສດໃນສອງຂົງເຂດແມ່ນຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ການຄຸ້ມຄອງນ້ຳ ແລະກະສິກຳແບບຍືນຍົງ ແລະຄວາມ​​ໝັ້ນ​ຄົງດ້ານ​ສະບຽງອາຫານ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

Link: https://huunghivietlao.thoidai.com.vn/detail-article-2345.html

In bài biết