11:13 | 21/04/2019

ປະຕິບັດນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ

ປະຕິບັດນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ

ທ່ານ ຫງວຽນບ໊າຫຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈໍາລາວກ່າວຄໍາເຫັນທີ່ກອງປະຂຸມ (ພາບ: baotintuc.vn)

ກົມນະໂຍບາຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມໄດ້ສົມທົບກັບສະຖານທູດຫວຽດນາມປະຈໍາລາວຈັດຕັ້ງກອງປະຊຸມຈັດຕັ້ງປະຕິບັດນະໂຍບາຍສໍາລັບຊາວຫວຽດນາມຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດທີ່ກໍາລັງດໍາລົງຊີວິດຢູ່ຕ່າງປະເທດ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການເຜີຍແຜ່ບັນດາເນື້ອໃນຕົ້ນຕໍຂອງດໍາລັດສະບັບດັ່ງກ່າວ ແລະ ໄດ້ແນະນໍາລະອຽດ ໃຫ້ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ກໍາລັງດໍາລົງຊີວິດຢູ່ລາວ ກ່ຽວກັບວິທີການເຮັດສໍາເນົາເອກະສານຊົມໃຊ້ນະໂຍບາຍດັ່ງກ່າວ.

ວຽກງານສົມທົບກັນລະຫວ່າງບັນດາອົງການກ່ຽວຂ້ອງ, ລະຫວ່່າງສະຖານທູດຫວຽດນາມ, ສະຖານກົງສູນໃຫຍ່ຢູ່ບັນດາເຂດພາກຕ່າງໆກັບບັນດາອົງການຂອງລັດ, ເຊິ່ງຫົວໜ່ວຍຮັບຜິດຊອບແມ່ນກົມນະໂຍບາຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມໃນການຮັບ, ກວດກາສໍາເນົາເອກະສານ, ເພື່ອແນໃສ່ນໍາດໍາລັດສະບັບດັ່ງກ່າວເຂົ້າໃນຊີວິດຕົວຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທໍາຂອງຊາວຫວຽດນາມ ຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ກໍາລັງດໍາລົງຊີວິດຢູ່ລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-2334.html

In bài biết