08:37 | 01/04/2019

ສ້າງຄວາມສະໜິດຕິດພັນລະຫວ່າງບັນດານັກການທູດຍິງສາກົນ ແລະຫວຽດນາມ

ສ້າງຄວາມສະໜິດຕິດພັນລະຫວ່າງບັນດານັກການທູດຍິງສາກົນ ແລະຫວຽດນາມ

ບັນດາຜູ້ແທນທີ່ການພົບປະສັງສັນ. (ພາບ: nhandan.com.vn)

ທ່ານນາງເອກອັກຄະລັດຖະທູດ ຫງວຽນງວຽດງາ, ພັນລະຍາຂອງທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກກຸ່ມ AWCH ໄດ້ເປັນປະທານການພົບປະສັງສັນດັ່ງກ່າວ.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາງ ຫງວຽນງວຽດງາ ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງເຫດການມີຄວາມໝາຍນີ້, ສ້າງຄວາມສະໜິດຕິດພັນ, ນໍ້າໃຈມິດຕະພາບລະຫວ່າງບັນດານັກການທູດຍິງສາກົນ ແລະຫວຽດນາມ ຕື່ມອີກ, ເຊີດຊູພູມປັນຍາ ແລະຫົວຄິດປະດິດສ້າງຂອງແມ່ຍິງໃນສັງກາດດີຈີຕອນ ແລະແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນເຂົ້າໃຈຕື່ມອີກກ່ຽວກັບວັດທະນະທໍາຂອງຫວຽດນາມ; ທ່ານນາງ ຫງວຽນງວຽດງາ ກໍ່ປາດຖະໜາວ່າ, ບັນດາພະນັກງານການທູດຍິງຂອງປະເທດຕ່າງໆ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ຮ່ວມເດີນທາງກັບຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-2327.html

In bài biết