ທ່ານນາຍົກລັດັຖະມົນ ຕີ ຫງວ໋ຽນ ຊົນຟຸ໋ກ ຂອງຫວຽດນາມ ໄດ້ກ່າວວ່າ: ສູ້ຊົນຮອດ 2025 ຈະບໍ່ໃຫ້ມີສະພາບການຍົກຍ້າຍຖິ່ນຖານແບບເສລີ ຢູ່ແຂວງດັກຫຼັກ
ຍັງຄົງມີຫຼາຍກວ່າ 20ພັນຄອບຄົວທີ່ຍັງຄົງອົບພະຍົບຍ້າຍຖິ່ນຖານແບບເສລີ ທີ່ຍັງບໍ່ທັນໄດ້ຈັດລະບຽບ
ຕາມບົດລາຍງານຂອງ ລັດຖະມົນຕີ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ປະຊາຊົນທີ່ເຄື່ອນຍ້າຍຖິ່ນຖານຢ່າງເສລີ ຢູ່ໃນບັນດາແຂວງ ພາກເໜືອດ້ານຕາເວັນຕົກ, ພູພຽງເບື້ອງຕາເວັນຕົກ ແລະ ພູພຽງພາກໃຕ້ເບື້ອງຕາເວັນຕົກ ແຕ່ປີ 2005 ມາຮອດປະຈຸບັນແມ່ນ 66.738 ຄອບຄົວ ໃນນັ້ນ: ພາກເໜືອເບື້ອງຕາເວັນຕົກ 5.811ຄອບຄົວ; ພູພຽງເບື້ອງຕາເວັນຕົກ ມີ 58.846 ຄອບຄົວ; ພາກໃຕ້ເບຶ້ອງຕາເວັນຕົກ ມີ 2.081 ຄອບຄົວ.
![]() |
ທ່ານນາຍົກລັດຖະມົນຕີ ເປັນປະທານກອງປະຊຸມປືກສາຫາລື.
ບໍ່ພຽງແຕ່ໃຫ້ຖືກກົດໝາຍແຕ່ຕ້ອງໃຫ້ມີຄວາມກົມກຽວ ແລະ ລະມຸມລະມ້ອມ
ກ່າວຄຳເຫັນຊີ້ໃນທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸ໋ກ ໄດ້ກ່າວຢ່າງຊັດເຈນວ່າ: ນີ້ແມ່ນສະພາບການທີ່ເກີດຂື້ນໃນທົ່ວໂລກ ບໍ່ມີພຽງແຕ່ ຫວຽດນາມເທົ່ານັ້ນ. ສູນຄົ້ນຄ້ວາ ໄດ້ຄັດບົດລາຍງານກ່າວກັບປະຊາກອນ ILO, ປີ 2017 ມີປະຊາກອນທີ່ອົບພະຍົບຍ້າຍຖິ່ນຖານຢ່າງເສລີ ເຖິງ 207 ລ້ານ ຄົນ ໃນບັນດາປະເທດທົ່ວໂລກ. ສະນັ້ນ ບໍ່່ພຽງແຕ່ຫວຽດນາມ ແຕ່ປະເທດທີ່ພັດທະນາຄື ອາເມລິກາ , ການອົບພະຍົບແບບເສລີ ຍັງຄົງເປັນປັນຫາທີ່ຍັງບໍ່ສາມາດແກ້ໄຂໃຫ້ຫາຍຂາດໄດ້, ນີ້ເປັນປັນຫາຂອງທົ່ວໂລກ ແລະ ເປັນປະຫວັດສາດ ນີ້ບໍ່່ແມ່ນສະພາບການທີ່ຫາກໍ່ເກີດຂື້ນໃນປະຈຸບັນ.
ສະນັ້ນບັນຫາທີ່ຕັ້ງຂື້ນມາແມ່ນ ເຮັດແນວໃດ ເຮັດໃຫ້ສະພາບການການເຄື່ອນຍ້າຍຖິ່ນຖານແບບເສລີ ຕ້ອງໃຫ້ຫຼຸດລົງເຄິ່ງໜຶ່ງ ພ້ອມນີ້ການຄຸ້ມຄອງທີ່ດິນທຳມາຫາກິນໃຫ້ປະຊາຊົນ “ດິນມີເຈົ້າຂອງ, ເຈົ້າຂອງມີດິນ”
![]() |
ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ກ່າວຄຳເຫັນທີ່ກອງປະຊຸມ.
ທ່ານໄດ້ກ່າວຕື່ມອີກວ່າ: ໜຶ່ງ ພວກເຮົາຕ້ອງໄດ້ວິເຄາະຜົນກະທົບຂອງການ ຍົກຍ້າຍຖິ່ນຖານຢ່າງເສລີ, ສອງ ພວກເຮົາບໍ່ໃຫ້ການສົ່ງເສີມແກ່ການອົບພະຍົບແບບເສລີ, ສາມ ການແກ້ໄຂບັນຫາເລື່ອງການເຄື່ອນຍ້າຍຖິ່ນຖານແບບ ເສລີ ຢູ່ ເຂດພູພຽງ ບໍ່ພຽງແຕ່ໃຊ້ກົດໝາຍ ແຕ່ຕ້ອງໄດ້ຄ່ອງແຄ້ວ ແລະ ລະມຸມລະມ້ອມ.
ເປົ້າໝາຍສຸດທ້າຍຂອງພວກເຮົາແມ່ນ ການເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນ ມີຄວາມໝັ້ນຄົງ, ພັດທະນາ, ລູກຫຼານໄດ້ຮັບການຮຳ່ຮຽນ, ໄດ້ຮັບການປິ່ນປົວພະຍາດ ແລະ ຈະບໍ່ມີໃຜຖຶກຖິ້ມໄວທາງຫຼັງ.
ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ໄດ້ເນັ້ນໜັກ ແລະ ຊີ້ນຳຢ່າງໜັກແໜ້ນວ່າ: ຮອດປີ 2025 ສະພາບການອົບພະຍົບຖິ່ນຖານຢ່າງເສລີ ຂອງປະຊາຊົນເຂດດັ່ງກ່າວຂ້າງເທິງຕ້ອງໄດັໝົດໄປ. ເຊິ່ງໄດ້ທ່ານໄດ້ຊີ້ນຳບັນດາ ກະຊວງ, ທະບວງ ແລະ ບັນດາຫ້ອງການ ພ້ອມທັງຫົວໜ່ວຍທີ່ກ່ຽວຂ້ອງ ຕ້ອງໄດ້ສຸມກຳລັງໃສ່ເຮັດຢ່າງເອົາຈິງເອົາຈັງ . ພ້ອມນັ້ນທ່ານກໍ່ໄດ້ສັ່ງມອບງົບປະມານໃຫ້ແກ່ການຈັດຕັ້ງປະຕິບັດຂື້ນແຜນງານໃນຄັ້ງນີ້ຕື່ມອີກ.
(ຫັດທະບູນ)