15:44 | 10/12/2018

ໄຂກອງປະຊຸມ ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ຄັ້ງທີ 29

ໄຂກອງປະຊຸມ ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ຄັ້ງທີ 29

ບັນຍາກາດ ກອງປະຊຸມ ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ຄັ້ງທີ 29 .

ຕອນເຊົ້າວັນທີ 10 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 29 ຂຶ້ນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ທີ່ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບ 3 ເນື້ອໃນເຊິ່ງລວມມີ: ສະຫລຸບກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ປະກອບຄຳເຫັນກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 14; ການປະຕິບັດບາງຂໍ້ກຳນົດກົດໝາຍກ່ຽວກັບລະບອບ, ນະໂຍບາຍຕໍ່ສະມາຊິກອົງການຕ່າງໆຂອງ ຫວຽດນາມ ປະຈຳຕ່າງປະເທດ; ເລື່ອງປະກາດໃຊ້ມະຕິກ່ຽວກັບການເຄື່ອນໄຫວການວາງສະແດງ. ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາມະຕິປະກາດໃຊ້ລະບຽບການແນະນຳການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນ; ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019; ຕີລາຄາໝາກຜົນແຫ່ງການປະຕິບັດແຜນການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມືສາກົນປີ 2018; ຕົກລົງບັນດາໂຄງການເຄື່ອນໄຫວພົວພັນຕ່າງປະເທດປີ 2019 ຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນຫາສຳຄັນອື່ນໆອີກຈຳນວນໜຶ່ງ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

Link: https://huunghivietlao.thoidai.com.vn/detail-article-2317.html

In bài biết