ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທ່ານນາງ ຫງວ໋ຽນ ເຟືອງງາ ຮັບການແຕ່ງຕັ້ງເປັນ ເລຂາພັກ ໜ່ວຍພັກສະຫະພັນ ມິດຕະພາບ
ເຂົ້າຮ່ວມພິທີມອບຮັບຕຳແໜ່ງໃນຄັ້ງນີ້ປະກອບມີ : ທ່ານ ຮ່າ ບານ ກຳມະການສູນກາງພັກ, ຮອງປະທານ ຈັດຕັ້ງສູນກາງ; ທ່ານ ບຸ່ຍ ແທັງເຊີນ ກຳມະການສູນກາງພັກ, ຮອງລັດຖະມົນຕີ ປະຈຳກະຊວງ ການຕ່າງປະເທດ; ພ້ອມທັງຕ່າງໜ້າບັນດາຫ້ອງການພັກ ກະຊວງການຕ່າງປະເທດ ແລະ ພະນັກງານຫ້ອງການ ສະຫະພັນມິດຕະພາບ ເຂົ້າຮ່ວມຢ່າງພ້ອມພຽງ.
|
ທ່ານ ຮ່າບານ ມອບຂໍ້ຕົກລົງ ເລກທີ 939- QĐNS/TW ກ່ຽວກັບການຍົກຍ້າຍ, ບົ່ງຕົວ ທ່ານນາງ ຫງວ໋ຽນ ເຟືອງງາ ເປັນ ເລຂາໜ່ວຍພັກ ສະຫະພັນ ມິດຕະພາບ.
ກ່ອນໜ້ານັ້ນ ວັນທີ 28 ພະຈິກ 2018 , ຄະນະພັກ ຫ້ອງການບໍລິຫານສູນກາງພັກ ອອກຂໍ້ຕົກລົງ ເລກທີ 939- QĐNS/TW ກ່ຽວກັບການຍົກຍ້າຍ, ບົ່ງຕົວ ທ່ານນາງ ຫງວ໋ຽນ ເຟືອງງາ, ກຳມະການ ພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເປັນ ເລຂາໜ່ວຍພັກ ສະຫະພັນ ມິດຕະພາບ ແລະ ສະເໜີ ດຳລົງຕຳແໜ່ງປະທານ ສະຫະພັນ ມິດຕະພາບ.
ຕີລາຄາສູງຄວາມຮູ້ຄວາມສາມາດ ແລະ ຄຸນທາດການເມືອງ ຂອງທ່ານນາງ ຫງວ໋ຽນ ເຟືອງງາ, ທ່ານ ຮ່າບານ ຮອງຫົວໜ້າຈັດຕັ້ງສູນກາງ ໄດ້ ເນັ້ນໜັກວ່າ: ທ່ານນາງ ຫງວ໋ຽນເຟືອງງາ ແມ່ນພະນັກງານທີ່ມີປະສົບປະການໃນການເຮັດວຽກ, ມີອຸດົມການດ້ານການເມືອງ, ກຳແໜ້ນ ແລະ ມີຄວາມຈົງຮັກພັກດີຕໍ່ກັບແນວທາງ, ນະໂຍບາຍຂອງພັກ; ນະໂຍບາຍ, ກົດໝາຍ ຂອງລັດ. ທ່ານນາງ ຫງວ໋ຽນ ເຟືອງງາ ມີຄຸນທາດການເມືອງດີ, ມີຄວາມຮູ້ຄວາມສາມາດ, ມີຄວາມເຊື່ອໝັ້ນສູງ ພາຍໃນວຽກງານການທູດ, ມີຄວາມສາມາດຄົບທີ່ຈະຮັບຜິດຊອບ ໜ້າທີ່ເປັນເລຂາໜ່ວຍພັກ ສະຫະພັນມິດຕະພາບ.
|
ທ່ານນາງ ຫງວ໋ຽນ ເຟືອງງາ ຮັບຊໍ່ດອກໄມ້ສະແດງຄວາມຍິນດີຈາກ ບັນດາການນຳພາຍໃນ ແລະ ນອກ ສະຫະພັນມິດຕະພາບ.
ທ່ານ ຮ່າບານ ເຊື່ອໝັ້ນວ່າ: ຮ່ວມກັບບັນດາຄະນະກຳມະການພັກ, ການນຳສະຫະພັນມິດຕະພາບ, ທ່ານນາງ ຫງວ໋ຽນ ເຟືອງງາ ຈະມານະພະຍາຍາມ, ພັດທະນາຄວາມເຂັ້ມແຂງຂອງໝູ່ຄະນະ, ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ນຳ້ໃຈອົດຈິງເອົາຈັງ ເພື່ອຈັດຕັ້ງປະຕິບັດ ໃຫ້ດີທີ່ສຸດ ແນວທາງ, ນະໂຍບາຍ ດ້ານການທູດຂອງພັກ ແລະ ລັດ ແລະ ບັນດາໜ້າທີ່ການເມືອງ ຂອງສະຫະພັນມິດຕະພາບ.
|
ທ່ານນາງ ຫງວ໋ຽນ ເຟືອງງາ ກ່າວຄຳເຫັນໃນພິທີຮັບຂໍ້ຕົກລົງແຕ່ງຕັ້ງ.
ກ່າວຄຳເຫັນໃນພິທີມອບຮັບຕຳແໜ່ງ ທ່ານນາງ ຫງວ໋ຽນ ເຟືອງງາ ສະແດງຄວາມເປັນກຽດ, ພາກພູມໃຈ ແລະ ດີໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຄວາມເຊື່ອໝັ້ນ ຈາກຄະນະກຳມະການ ສູນກາງພັກ ມອບພະລະກິດ ກໍ່ືໜ້າທີ່ອັນໃໝ່ໃຫ້.
ທ່ານນາງ ງາ ສະແດງ ຄວາມຕື່ນຕົວອັນເລິກເຊິ່ງຕໍ່ກັບໜ້າທີ່ຂອງຕົ້ນ; ຢືນຢັນວ່າ ຈະໃຊ້ຄວາມຮູ້ຄວາມສາມາດ, ຫົວຄິດປັນຍາ ແລະ ຈິດໃຈ, ຮຽນຮູ້ບົດຮຽນ ຈາກ ບັນດາຜູ້ອະວຸໂສ; ຮ່ວມແຮງ, ຮ່ວມໃຈກັບບັນດາສະຫາຍພາຍໃນໜ່ວຍພັກ ແລະ ຄະນະປະທານສະຫະພັນ ເສີມຂະຫຍາຍ ເນື້ອໃນ ແລະ ຈິດໃຈອັນສະຫຼາດສ່ອງໃສຂອງຖັນແຖວພະນັກງານ, ລັດຖະກອນ, ບຸກຄະລາກອນ, ນຳພາ ສະຫະພັນມິດຕະພາບ ຂ້າມຜ່ານສິ່ງທີ່ທ້າທາຍ, ເຮັດສຳເລັດທຸກໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
|
ອາດີດເລຂາໜ່ວຍພັກ ສະຫະພັນມິດຕະພາບ ທ່ານ ຫວູ ຊົນຮົ່ງ ມອບດອກໄມ້ສະແດງຄວາມຍິນດີ ແລະ ມອບຄວາມຫວັງໃຫ້ແກ່ ເລຂາໜ່ວຍພັກ ສະຫະພັນມິດຕະພາຄົນໃໝ່ ທ່ານນາງ ຫງວ໋ຽນ ເຟືອງງາ.
ທ່ານນາງ ຫງວ໋ຽນ ເຟືອງງາ ມີອາຍຸການການເຮັດຢູ່ກະຊວງການຕ່າງປະເທດ ເຖິງ 30ປີ. ກ່ອນໜ້າທີ່ຈະມາຮັບຕຳແໜ່ງເປັນເລຂາໜ່ວຍພັກ ສະຫະພັນມິດຕະພາບ, ທ່ານນາງ ເຟືອງງາ ດຳລົງຕຳແໜ່ງເປັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະ ຕ່າງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ.
(ຫັດທະບູນ)