00:10 | 24/06/2019

ກອງ​ປະ​ຊ​ຸມ​ລັດ​ຖະ​ມົ​ນ​ຕີເສດ​ຖະ​ກິດ ອ​າ​ຊຽນ ​ພິ​ເສດ​ກ່ຽວ​ກັບ RCEP

ກອງ​ປະ​ຊ​ຸມ​ລັດ​ຖະ​ມົ​ນ​ຕີເສດ​ຖະ​ກິດ ອ​າ​ຊຽນ ​ພິ​ເສດ​ກ່ຽວ​ກັບ RCEP

ບັນຍາກາດທີ່ກອງປະຊຸມ.(ພາບ: vovworld.vn)

ທ່ານ ເຈິ່ນ ກວກ ແຄ໋ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ຫວຽດນາມ ແລະ ບັນດາປະເທດ ອາຊຽນໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາຝ່າຍໃນເລື່ອງຊຸກຍູ້ໃຫ້ບັນລຸໄດ້ໝາກຜົນເຈລະຈາໃນບັນດາຂົງເຂດສຳຄັນຄື ສິນຄ້າ, ການບໍລິການ, ການລົງທຶນ ແລະ ອື່ນໆ. ບັນດາລັດຖະມົນຕີ ໄດ້ມີບັນດາການຊີ້ນຳກ່ຽວກັບທິດທາງການເຈລະຈາໃນໄລຍະຈະມາເຖິງ, ພ້ອມທັງມອບໃຫ້ບັນດາຄະນະເຈລະຈາ ສືບຕໍ່ມານະພະຍາຍາມ, ເພີ່ມທະວີການປຶກສາຫາລືໃນບັນດາວາລະເຈລະຈາຈະມາເຖິງເພື່ອແນໃສ່ມຸ່ງໄປສູ່ເປົ້າໝາຍສິ້ນສຸດການເຈລະຈາໃນ ປີ 2019.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-231.html

In bài biết