07:42 | 19/12/2018

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Kazuo Shii ປະທານ ຄະນະປະທານ ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ.(ພາບ: TTXVN)

ນະທີ່ນີ້ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອກັບພັກກອມມູນິດ ຍີ່ປຸ່ນເປັນສຳຄັນ; ສະເຫນີ ສອງພັກ ສືບຕໍ່ຍູ້ແຮງການຮ່ວມມື, ເພີ່ມທະວີການແລກປ່ຽນທິດສະດີ ແລະບົດຮຽນພຶດຕິກຳ ພ້ອມທັງສົມທົບກັນຢ່າງມີປະສິດທິຜົນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອແນໃສ່ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

ກ່ອນຫນ້ານັ້ນ ຕອນບ່າຍວັນດຽວກັນ ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ເຈີນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ ເປັນຫົວຫນ້າຄະນະ ໄດ້ເຈລະຈາກັບຄະນະຜູ້ແທນພັກກອມມູນິດ ຍີ່ປຸ່ນ. ນະທີ່ນີ້ ສອງຝ່າຍ ເຫັນດີຍູ້ແຮງການພົບປະແລກປ່ຽນລະຫວ່າງສອງພັກ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ການສົມທົບກັນ ລະຫວ່າງສອງພັກໃນເວທີປາໄສຫລາຍຝ່າຍຂອງພັກ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

Link: https://huunghivietlao.thoidai.com.vn/detail-article-2309.html

In bài biết