08:39 | 19/12/2018

ກອງປະຊຸມປະຈຳການລັດຖະບານປືກສາຫາລືກ່ຽວກັບວຽກງານຂອງອະນຸກຳມະການເສດຖະກິດ,ສັງຄົມ

ກອງປະຊຸມປະຈຳການລັດຖະບານປືກສາຫາລືກ່ຽວກັບວຽກງານຂອງອະນຸກຳມະການເສດຖະກິດ,ສັງຄົມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ເປັນປະທານກອງປະຊຸມປະຈຳການລັດຖະບານ ເພື່ອປຶກສາຫາລືວຽກງານຂອງອະນຸກຳມະການ.(ພາບ: VGP)

ໜ້າທີ່ຂອງອະນຸກຳມະການເສດຖະກິດ - ສັງຄົມ ແມ່ນສ້າງເອກະສານ 2 ສະບັບຄື: ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13ຂອງ ພັກກອມມູນິດຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບວິທີສ້າງເນື້ອໃນເພື່ອໃຫ້ບັນດາຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ, ສັງຄົມໃຫ້ມີຄຸນນະພາບດີທີ່ສຸດ, ທັງມີລັກສະນະທິດສະດີ, ທັງຕິດແທດກັບພຶດຕິກຳຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນເພື່ອຊ່ວຍໃຫ້ປະເທດພັດທະນາຢ່າງເຂັ້ມແຂງກວ່າ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ຄວນຄົ້ນຄວ້າຢ່າງລະອຽດ, ສະເໜີບັນຫາຍຸດທະສາດເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຄວາມໝັ້ນຄົງ, ການຕ່າງປະເທດ, ໂດຍສະເພາະແມ່ນໃນສະພາບການສາກົນມີການຜັນແປຫຼາຍຢ່າງ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

Link: https://huunghivietlao.thoidai.com.vn/detail-article-2308.html

In bài biết