15:31 | 07/11/2018

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບປະທານກຸ່ມບໍລິສັດ Formula One

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບປະທານກຸ່ມບໍລິສັດ Formula One

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບປະທານກຸ່ມບໍລິສັດ Formula One (ພາບ:VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ງານແຂ່ງລົດ F1 ແມ່ນເຫດການກິລາສາກົນທີ່ມີຊື່ສຽງ, ດຶງດູດຄວາມສົນໃຈຕິດຕາມຈາກແຟນຄັບໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ນີ້ແມ່ນເຫດການສຳຄັນບໍ່ພຽງແຕ່ສຳລັບຂົງເຂດກິລາເທົ່ານັ້ນ ແຕ່ຫາກຍັງລວມທັງດ້ານວັດທະນະທຳ, ສັງຄົມ, ການທ່ອງທ່ຽວນຳອີກ, ເຊິ່ງປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານ ຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະໜູນຊ່ວຍບັນດາເງື່ອນໄຂອັນຈຳເປັນ ເພື່ອໃຫ້ກຸ່ມບໍລິສັດ Formula One ຜັນຂະຫຍາຍໂຄງການຮ່ວມມືກັບນະຄອນ ຮ່າໂນ້ຍ ໃຫ້ປະສົບຜົນສຳເລັດ; ຜ່ານນັ້ນ ຢັ້ງຢືນຖານະບົດບາດ, ກຳລັງຄວາມສາມາດຂອງ ຫວຽດນາມ ໃນການຈັດຕັ້ງບັນດາເຫດການກິລາໃຫຍ່ອື່ນໆ ຢູ່ລະດັບໂລກໃນໄລຍະຈະມາເຖິງ.

ໂດຍຂອບໃຈຕໍ່ການສະຫຼະເວລາຕ້ອນຮັບຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ທ່ານ Chase Carey ສະແດງຄວາມປາຖະໜາ ຈະ ຈັດຕັ້ງ ບໍ່ພຽງແຕ່ການແຂ່ງລົດເທົ່ນນັ້ນ ແຕ່ຫາກແມ່ນບັນດາເຫດການເພື່ອຮັບໃຊ້ມວນຊົນຮ່າໂນ້ຍ ແລະ ທົ່ວປະເທດ ຫວຽດນາມອີກດ້ວຍ. ທ່ານ Chase Carey ກໍ່ຖືວ່າ ຜ່ານເຫດການນີ້, ສາກົນຈະຮູ້ຈັກ ຫວຽດນາມ ຫຼາຍຂຶ້ນອີກ ແລະ ໃຫ້ຮູ້ວ່າ ໄດ້ມີຫຼາຍຄູ່ຮ່ວມມືຂອງ ກຸ່ມບໍລິສັດທີ່ໃຫ້ຄວາມສົນໃຈກັບງານແຂ່ງຂັນນີ້.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2293.html

In bài biết