10:22 | 10/11/2018

ຫວຽດນາມ ແລະ ປະຊາຄົມ ອາຊຽນ - ຮ່ວມກັນ ຈຸດປະກາຍ ບາດກ້າວການພັດທະນາ

ຫວຽດນາມ ແລະ ປະຊາຄົມ ອາຊຽນ - ຮ່ວມກັນ ຈຸດປະກາຍ ບາດກ້າວການພັດທະນາ

ເພື່ອປະຊາຄົມ ອາຊຽນ ເຂັ້ມແຂງ, ສາມັກຄີ. (ພາບ: ໜັງສືພິມ ຕ່າງປະເທດ)

23 ປີຂອງການເຂົ້າຮ່ວມ ອາຊຽນ, ເຖິ່ງວ່າເປັນສະມາຊິກນຳຫຼັງ, ລະດັບການພັດທະນາຍັງແຕກໂຕນກັບຫຼາຍປະເທດ, ແຕ່ຫວຽດນາມໄດ້ສະແດງເຈດຕະນາ ແລະ ຄວາມຕັ້ງໃຈ, ມີຄວາມຕື່ນຕົວ ແລະ ຄວາມຮັບຜິດສູງ, ປະກອບສ່ວນຈຳນວນບໍ່ໜ້ອຍເຂົ້າໃສ່ຜົນງານລວມຂອງອາຊຽນ, ນັ້ນແມ່ນ: ຕັ້ງໃຈຊຸກຍູ້ສົມທົບກັບບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເພື່ອກໍ່ຕັ້ງ 10 ປະເທດອາຊຽນ; ຄວາມສຳຄັນຢ່າງຕັ້ງໜ້າຂອງຫວຽດນາມໃນການກຳນົດເປົ້າໝາຍ, ທິດທາງການພັດທະນາ ແລະ ການກໍ່ສ້າງບັນດານະໂຍບາຍໃຫຍ່ໆຂອງອາຊຽນ; ສັນຍາລັກຫວຽດນາມໃນບັນດາເຫດການໃຫຍ່ໆຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ຢູ່ນະຄອນຫຼວງຮ່າໂນ່ຍ (ເດືອນ 12-1998), ດໍາລົງຕໍາແໜ່ງເປັນປະທານ ອາຊຽນ 2000 – 2001 ແລະ ສຳເລັດຢ່າງຍອດຢ່ຽມກັບບົດບາດເປັນປະທານອາຊຽນ 2010 ຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ ແລະ ທາດແທ້ (ຄືການເປີດກວ້າງຂັ້ນສູງໃນອາຊີ ປະກອບມີທັງໝົດບັນດາປະເທດໃຫຍ່ໆຢູ່ໃນຂົງເຂດ, ສ້າງກົນໄກການປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ)

ໃນສະຖານະການຂອງໂລກ ແລະ ຂົງເຂດພາກພື້ນ ມີຫຼາຍອັນຜັນປ່ຽນ, ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ເຖິງຄວາມສະຫງົບ ແລະ ຄວາມໝັ້ນຄົງຢູ່ອາຊີຕາດວັນອອກສຽງໃຕ້, ຫວຽດນາມຢັ້ງຢືນດ້ວຍສຽງເວົ້າອອກຈາກໃຈສາມັກຄີ, ເອກະພາບ ແລະ ຍົກສູງສະຕິຮັບຜິດຊອບລວມ ເພື່ອຮັບມືຜົນຂອງໄພຂົ່ມຄູ່ສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ ຕໍ່ຂົງເຂດນີ້.

ການເຂົ້າຮ່ວມ ອາຊຽນ ໄດ້ນຳປະໂຫຍດຫຼາຍດ້ານ ແລະ ໂອກາດ ເພື່ອໃຫ້ຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ປັບປຸງຄວາມອາດສາມາດແລະ ການປະຕິຮູບພາຍໃນປະເທດ, ເສີມຂະຫຍາຍບົດບາດ ແລະ ຖານະບົດບາດຂອງໜຶ່ງປະເທດມີຄວາມຮັບຜິດຊອບຕໍ່ວົງຄະນະຍາດສາກົນ. ຫວຽດນາມໄດ້ປະກອບສ່ວນເຂົ້າໃສ່ຜົນສຳເລັດຂອງ ອາຊຽນ ດ້ວຍຄວາມມຸ້ງຫັວງຮ່ວມກັນກໍ່ສ້າງໃຫ້ຈະເລີນຮຸ່ງເຮືອງ, ມີຄວາມພະຍາມຍາມຢ່າງບໍ່ຢຸດຢັ້ງ ຍ້ອນບັນດາເປົ້າໝາຍຂອງວົງສາຄະນະຍາດ.

ທ່ານ ອອງແກງຢ໋ອງ ເລຂາທິການໃຫຍ່ ຂອງອາຊຽນກ່າວວ່າ: ນັບແຕ່ຕອນເລີ່ມເຂົ້າຮ່ວມໃນຄອບຄົວອາຊຽນ, ຫວຽດນາມ ໄດ້ມີການປະກອບສ່ວນບັນດາຢ່າງໃຫຍ່ຫຼວງເຂົ້າໃສ່ການສ້າງກຸ່ມອາຊຽນ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງທະນົງແກ່ນຄືທຸກມື້ນີ້. ຫວຽດນາມໄດ້ຊ່ວຍເຫຼືອ ອາຊຽນ ສ້າງຂໍ້ກຳນົດລວມ, ໄດ້ເຂົ້າຮ່ວມກອງປະຊຸມຢ່າງຕໍ່ເນື່ອງ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງໃສ່ບັນດາການຕັດສິນບັນຫາລວມຂອງກຸ່ມອາຊຽນ.

ຫວຽດນາມໄດ້ຕີລາຄາສູງ ແລະ ມີບົດບາດສຳຄັນໃນ ອາຊຽນ. ນັບແຕ່ຕອນເລີ່ມເຂົ້າຮ່ວມໃນຄອບຄົວອາຊຽນ, ຫວຽດນາມ ໄດ້ມີການປະກອບສ່ວນບັນດາຢ່າງໃຫຍ່ຫຼວງເຂົ້າໃສ່ການສ້າງກຸ່ມອາຊຽນ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງທະນົງແກ່ນຄືທຸກມື້ນີ້. ຫວຽດນາມໄດ້ຊ່ວຍເຫຼືອ ອາຊຽນ ສ້າງຂໍ້ກຳນົດລວມ, ໄດ້ເຂົ້າຮ່ວມກອງປະຊຸມຢ່າງຕໍ່ເນື່ອງ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງໃສ່ບັນດາການຕັດສິນບັນຫາລວມຂອງກຸ່ມອາຊຽນ. ນອກຈາກນັ້ນ, ຫວຽດນາມ ກໍ່ຍັງໄດ້ປະກອບສ່ວນຢ່າງແຂງແຮງໃສ່ການກໍ່ສ້າງກົດບັດ ອາຊຽນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2290.html

In bài biết