08:58 | 16/11/2018

ຫວຽດນາມ ແລະ ມາເລເຊຍ ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໃນປີ 2020

ຫວຽດນາມ ແລະ ມາເລເຊຍ ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໃນປີ 2020

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad (ພາບ: VGP)

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ ສອງປະເທດພ້ອມກັນສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸ 15 ຕື້ USD ໃນປີ 2020; ສະເໜີໃຫ້ ມາເລເຊຍໜູນຊ່ວຍບັນດາວິສາຫະກິດຫວຽດນາມ ສະໜອງສະບຽງ ອາຫານ, ເພີ່ມທະວີການຮ່ວມມືດ້ານພະລັງງານ, ການຮ່ວມມືທາງທະເລ. ທ່ານ ຫງວຽນຊວນຟຸກ ກໍສະເໜີໃຫ້ ສອງຝ່າຍສືບຕໍ່ສົມທົບຫຼັກໝັ້ນ, ປັບປຸງນໍ້າໃຈສາມັກຄີີ, ບົດບາດຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ ຕາມຫຼັກການ ແລະ ທໍານຽມ ເຊິ່ງໄດ້ຮັບການເຫັນດີຈາກບັນດາປະເທດໃນປະຊາຄົມອາຊຽນ.

ສ່ວນທ່ານ Mahathir Mohamad ເຫັນດີຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ; ຫວັງວ່າສອງຝ່າຍຈະຮ່ວມມືກັນຊຸກຍູ້ ພ້ອມກັນຜະລິດບັນດາຂະແໜງສິນຄ້າຫຼັກແຫຼ່ງ ແລະ ພ້ອມແລ້ວທີ່ຈະພິຈາລະນາບັນດາຂໍ້ສະເໜີຂອງຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2284.html

In bài biết