22:39 | 18/11/2018

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ຢູ່ສະຖາບັນການເງິນ

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ຢູ່ສະຖາບັນການເງິນ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ສະຖາບັນການເງິນ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ: ສະຖາບັນຄວນສຸມໃສ່ຄົ້ນຄວ້າ, ຊາບຊຶມ, ຕິດແທດກັບແນວທາງ, ແຜນນະໂຍບາຍ, ບັນດາມະຕິຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບຂົງເຂດການເງິນ, ຈາກນັ້ນ ສ້າງແຜນການ, ລາຍການ, ເນືື້ອໃນ, ວິທີການສິດສອນໃຫ້ເໝາະສົມ, ຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນເຊື້ອອັນດີງາມ, ສະຖາບັນການເງິນ ຈະສືບຕໍ່ພັດທະນາສົມເປັນຮາກຖານບຳລຸງສ້າງ, ຄົ້ນຄວ້າວິທະຍາສາດແຖວໜ້າກ່ຽວກັບດ້ານການເງິນ-ການບັນຊີ, ເສດຖະກິດ ແລະ ບໍລິຫານທຸລະກິດ ແລະ ປະຕິບັດສຳເລັດພາລະກຳບຳລຸງສ້າງພະນັກງານການເງິນ-ການບັນຊີ, ເສດຖະກິດ - ບໍລິຫານທຸລະກິດເປັນຢ່າງດີ ແລະ ສະໜອງບັນດາຜະລິດຕະພັນຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບສູງໃຫ້ສັງຄົມ. ປະກອບສ່ວນສ້າງພື້ນຖານການເງິນ ຫວຽດນາມ ເຊື່ອມໂຍງ, ປອດໃສ ແລະ ໝັ້ນຄົງ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖາບັນການເງິນ, ຕາງໜ້າການນຳພັກ, ລັດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ສະຖາບັນການເງິນ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2282.html

In bài biết