09:01 | 16/10/2018

ກອງປະຊຸມສຳມະນາ ຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່

ກອງປະຊຸມສຳມະນາ ຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່

ກອງປະຊຸມສຳມະນາ ຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່.

ເຂົ້າຮ່ວມກອງປະຊຸມປະກອບມີ : ສະຫາຍ ຫງວ໋ຽນຊົນ ຖັງ, ກຳມະການສູນກາງພັກ ປະທານກຳມະການ ທິດສະດີ ສູນກາງ, ອຳນວຍການ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ໋ມິງ; ສອນທະນູ ທຳມະວົງ, ກຳມະການຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານ ສະຖາບັນວິທະຍາສາດ ສັງຄົມ ແຫ່ງຊາດ ລາວ; ສົກຕິກ, ປະທານສະຖາບັນຄົ້ນຄວ້າ ລາຊາອະນາຈັກ ຳປູເຈຍ ແລະ ບັນດານັກວິທະຍາສາດ, ນັກຄົ້ນຄວ້າຂອງທັງສາມປະເທດ.

ກອງປະຊຸມສຳມະນາຄັ້ງນີ້ ແມ່ນໂອກາດດີ ທີ່ເຮັດໃຫ້ ນັກວິທະຍາສາດ ນັກຄົ້ນຄວ້າຂອງ ສາມ ປະເທດ ໄດ້ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບບັນຫາໃໝ່ໆ ທີ່ມີຜົນສະທ້ອນເຖິງ ສາມປະເທດ, ພູມມິພາກ ແລະ ສາກົນ; ຊ່ວຍຮັດແໜ້ນສາຍພົວພັນຮ່ວມມື ທີ່ຈິງໃຈ, ຮອບດ້ານ ແລະ ເລິກເຊິ່ງ ປະກອບສ່ວນຊຸກຍູ້ສາຍພົວພັນ ບ້ານໄດ້ໄກ້ເຮືອນຄຽງ ແລະ ມູນເຊື້ອຄວາມສາມັກຄີມີດຕະພາບຂອງ ສາມ ປະເທດ.

ກອງປະຊຸມສຳມະນາ ຮ່ວມມື ຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່

ສະຫາຍ ຫງວ໋ຽນຊົນ ຖັງ ກ່າວຄຳເຫັນໃນກອງປະຊຸມສຳມະນາ.

ກ່າວຄຳເຫັນໃນກອງປະຊຸມສຳມະນາຄັ້ງນີ້ ສະຫາຍ ຫງວ໋ຽນຊົນ ຖັງ ມີຄວາມມຸ້ງມາດປາດຖະໜາ ບັນດານັກວິທະຍາສາດ ສຸມໃສ່ໃນການສຳມະນາ ບັນຫາ: ຕີລາຄາໃຫ້ແຕກ ສະພາບການໃໝ່ຂອງພູມມິພາກ, ສາກົນ ແລະ ຂອງແຕ່ລະປະເທດ, ຍົກອອກມາໃຫ້ໄດ້ ຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ທ້າທາຍ ຕໍ່ກັບສາຍພົວພັນມິດຕະພາບຂອງ ສາມປະເທດໃນອານາຄົດ; ສະຫຼຸບ, ຕີລາຄາ ສາຍພົວພັນ ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະທີ່ຜ່ານມາ, ຕີລາຄາຢ່າງຈະແຈ້ງ ຜົນສຳເລັດທີ່ບັນລຸໄດ້, ຂໍ້ຄົງຄ້າງ, ສາຍເຫດ ຈາກນັ້ນຊ່ວຍຢັ້ງຢືນບົດບາດ, ຄວາມສຳຄັນ ຂອງສາຍພົວພັນ ຕໍ່ກັບ ສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາ ຂອງແຕ່ລະປະເທດ. ຈາກນັ້ນນຳສະເໝີ ບັນດາແນວທາງ, ມາດຕະການ ເພື່ອແນໃສ່ຊຸກຍູ້ສາຍພົວພັນມິດຕະພາບ ລະຫວ່າງ ສາມປະເທດ ນັບມື້ນັບໝັ້ນຄົງທະນົງແກ່ນ, ເລິກເຊິ່ງ, ຮອບດ້ານ ແລະ ປະກົດຜົນເປັນຈິງ.

(​ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-2264.html

In bài biết