ເບວຍ້ຽມ-ຫວຽດນາມ: ຮ່ວມມືຮອບດ້ານ ມີປະສິດທິຜົນແມ່ນເປົ້າໝາຍສຳຄັນ
![]() |
ນາຍົກລັດຖະມົນຕີທັງສອງ ໄດ້ກ່າວວ່າ: ແມ່ນຊ່ວງເວລາທີສຳຄັນແລະເໝາະສົມ ເພື່ອໃຫ້ທັງສອງປະເທດອະນຸມັດຜ່ານບັນດາຂໍ້ສັນຍາຮ່ວມມືລະຫວ່າງລັດຖະບານທັງສອງ, ວິສາຫະກິດຂອງສອງປະເທດ. (ພາບ:VGP/ກວ່າງຫ໋ຽວ)
ນາຍົກລັດັຖະມົນຕີ ເບວຍ້ຽມ Charles Michel ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີທັງສອງໄດ້ເຫັນດີເປັນເອກກະພາບ ວ່ານີ້ແມ່ນຊ່ວງເວລາທີສຳຄັນແລະເໝາະສົມ ເພື່ອໃຫ້ທັງສອງປະເທດອະນຸມັດຜ່ານບັນດາຂໍ້ສັນຍາຮ່ວມມືລະຫວ່າງລັດຖະບານທັງສອງ, ວິສາຫະກິດຂອງສອງປະເທດ. ທັງສອງໄດ້ປືກສາຫາລືຫຼາຍບັນຫາທີ່ສຳຄັນ ເພື່ອເຮັດແນວໃດເພື່ອຊຸກຍູ້ຮ່ວມມືເສດຖະກິດ ລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ເບວຍ້ຽມ, ພິເສດແມ່ນການຄ້າ ແລະ ການລົງທືນລະຫວ່າງກັນ.
ເບວຍ້ຽມມີຄວາມມຸ້ງມາດປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດກະສິກຳ, ເພື່ອຊຸກຍູ້ພື້ນຖານການກະເສດ(ກຳສິກຳ) ສະອາດປອດສານພິດ ດ້ວຍຂັ້ນຕອນທີ່ຮັບປະກັນຄວາມປອດໄພດ້ານສະບຽງອາຫານ.
![]() |
ການນຳກະຊວງ ກະສິກຳ ທັງສອງປະເທດ ເຊັນສັນຍາ ຮ່ວມມືຍຸດທະສາດ.(ພາບ:VGP/ກວ່າງຫ໋ຽວ)
ນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍຄວາມເປັນກັນເອງ ຂອງນາຍົກລັດຖະມົນຕີ ເບວຍ້ຽມ ມອບໃຫ້ແກ່ຄະນະຂັ້ນສູງຂອງຫວຽດນາມ. ພ້ອມນີ້ກໍ່ໄດ້ລາຍງານວ່າ ທັງສອງຝ່າຍໄດ້ເຊັນສັນຍາກັນ 5 ສະບັບ ວ່າດ້ວຍການຮ່ວມມື. ທ່ານນາຍົກລັດຖະມົນຕິ ຫງວ໋ຽນຊົນ ຟຸກ ໄດ້ໃຫ້ຮູ້ວ່າ: ທັງສອງຝ່າຍໄດ້ແລກປ່ຽນກັນເຖິງບັນຫາ ຮ່ວມມືກໍ່ສ້າງນັກຮຽນມະຫາວິທະຍາໄລ, ແລກປ່ຽນບົດຮຽນໃນການກໍ່ສ້າງຊັບພະຍາກອນມະນຸດ ຢູ່ຫວຽດນາມ ແລະ ຢືນຢັນວ່າ: , “ ຮ່ວມມືຮອບດ້ານ, ມີປະສິດທິຜົນ ແມ່ນເປົ້າໝາຍທີ່ສຳຄັນ ໃນຂົງເຂດ ກະສິກຳ ໃນນັ້ນປະກອບມີບັນຫາ ຄວາມປອດໄພສະບຽງອາຫານ”.
(ຫັດທະບູນ)