ນາຍົກລັດຖະມົນຕີຫວຽດນາມ ເດີນທາງໄປຮ່ວມພົບປະກັບການນຳຂອງ ASEAN
ໂດຍຮັບການເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ນາຍົກລັດຖະມົນຕີ ຫງວຽ໋ນຊົນຟຸ໋ກ ນຳພາຄະນະການນຳຂັ້ນສູງຫວຽດນາມ ເຂົ້າຮ່ວມພົບປະບັນດາການນຳ ASEAN ໂອກາດເປີດກອງປະຊຸມປະຈຳປີ ກອງທືນການເງິນສາກົນ (IMF) - ທະນາຄານໂລກ (WB) ຢູ່ ນະຄອນ ບາລີ ປະເທດອິນໂດເນເຊຍ ແລະ ເຮັດວຽກຢູ່ ອິນໂດເນເຊຍ ແຕ່ວັນທີ 11 ຮອດ 12 ຕຸລາ 2018.
![]() |
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຢູ່ທີ່ສະໜາມບິນ ບາລີ.(ພາບ: VGP)
ໃນການຢ້ຽມຢາມຄັ້ງນີ້ຢັ້ງຢືນ ຄວາມມຸ້ງມາດປາດຖະໜາ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ກັບບັນດາປະເທດ ASEAN ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອິນໂດເນເຊຍ.
ໃນການຕ້ອງຮັບທ່ານນາຍົກລັດຖະມົນຕີ ແລະ ຄະນະ ຢູ່ທີ່ສະໜາມບິນ ປະກອບມີ ລັດຖະມົນຕີ ກະຊວງທ່ອງທ່ຽວ ອິນໂດເນເຊຍ, ເອກອັກຄະລັດຖະທູດ ຫົວໜ້າຄະນະຕ່າງໜ້າຜູ້ປະຈຳການຫວຽດນາມ ຢູ່ ASEAN ເຈີ່ນດຶກ ບິ່ງ ພ້ອມກັບບັນດາພະນັກງານສະຖານທູດ ຫວຽດນາມ.
![]() |
ທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຫງວ໋ຽນຊົນ ຟຸກ.
ພໍເຖິງ ບາລີ ນາຍົກລັດຖະມົນຕີຈະເຂົ້າຮ່ວມພົບປະກັບບັນດາການນຳ ASEAN (ALG) ແລະ ອີກຫຼາຍການພົບປະສອງຝ່າຍ : ພົບກັບລາຊາ ບຣູໄນ, ພົບປະທານາທິບໍດີ ຟີລິປິນ, ນາຍົກລັດຖະມົນຕີ ມາເລເຊຍ.
ໂດຍຫົວຂໍ້ “ຍາດເວລາໃນການກ້າວກະໂດດຂອງເຕັກໂຕໂລຊີ ເພື່ອຂື້ນຮູບຮ່າງພື້ນຖານເສດຖະກິດລວມທັງ ພາບອານາຄົດອັນສົດໃສ”, ກອງປະຊຸມປະຈຳປີ ຄະນະຜູ້ວ່າການ ກອງທືນສາກົນ ແລະ ທະນາຄານໂລກ ປີ 2018 ຈະສົນທະນາ ປືກສາຫາລື ບັນດາທິດທາງນະໂຍບາຍ, ມາດຕະການຍາດເວລາ ໃນຊ່ວງທີ່ເຕັກໂນໂລຊີມີຄວາມເຂັ້ມແຂງ ເຂົ້າຮັບໃຊ້ໃນການພັດທະນາຢ່າງຍືນຍົງ.
(ຫັດທະບູນ)