ຂຸດຄົ້ນ ແລະ ກູ້ຊ່ວຍອັດຖິເສຍສະຫຼະຊີວິດເພື່ອຊາດ ໄດ້ຫຼາຍກວ່າ 1.300 ສະຫາຍ ຫຼັງຈາກຜ່ານຜ່າ 111 ວັນ ແລະ ຄືນ
| 1.255 ອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຖືກຄົ້ນຫາ ແລະ ເກັບກູ້ ໃນການເດີນທາງແຫ່ງຄວາມຮູ້ບຸນຄຸນ | |
| ບັ້ນຮົບ 500 ວັນ ແລະ ຄ່ຳຄືນ: ເກັບຕົວຢ່າງ, ຫັນເປັນດິຈິຕອນຂໍ້ມູນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 1.456 ທ່ານ |
ບັ້ນຮົບ "500 ວັນ ແລະ ຄືນ ຊຸກຍູ້ການຈັດຕັ້ງປະຕິບັດການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ" ພວມບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍປະການ ຫຼັງຈາກຜັນຂະຫຍາຍມາໄດ້ກວ່າ 3 ເດືອນ. ຂໍ້ມູນດັ່ງກ່າວ ໄດ້ຮັບການເປີດເຜີຍໂດຍ ທ່ານພັນເອກ ເລ ວັນ ເສີນ, ຮອງຫົວໜ້າກົມນະໂຍບາຍສັງຄົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໃນກອງປະຊຸມຖະແຫຼງຂ່າວປະຈຳຂອງລັດຖະບານ ປະຈຳເດືອນມິຖຸນາ, ເຊິ່ງຈັດຂຶ້ນໃນວັນທີ 4 ກໍລະກົດ.
ຕາມການຖະແຫຼງຂອງ ທ່ານພັນເອກ ເລ ວັນ ເສີນ ແລ້ວ, ບັ້ນຮົບນີ້ໄດ້ຖືກປຸກລະດົມຂຶ້ນໃນວັນທີ 2 ເມສາ ແຕ່ໄລຍະເວລາຈັດຕັ້ງປະຕິບັດຕົວຈິງ ແມ່ນນັບຕັ້ງແຕ່ວັນທີ 15 ມີນາ 2026 ຫາ ວັນທີ 27 ກໍລະກົດ 2027. ມາຮອດວັນທີ 4 ກໍລະກົດ, ບັ້ນຮົບໄດ້ກ້າວເຂົ້າສູ່ວັນທີ 111, ເຊິ່ງໄດ້ສ້າງການຫັນປ່ຽນຢ່າງຈະແຈ້ງ ໃນວຽກງານການຊອກຫາ, ຂຸດຄົ້ນກູ້ຊ່ວຍ ແລະ ຢັ້ງຢືນຕົວຕົນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ ໃນຂອບເຂດທົ່ວປະເທດ.
![]() |
| (ຮູບພາບ: ທ່ານພັນເອກ ເລ ວັນ ເສີນ, ຮອງຫົວໜ້າກົມນະໂຍບາຍສັງຄົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ພາບໂດຍ: ໜັງສືພິມ ຫາຍກວນ ຫວຽດນາມ) |
ບັ້ນຮົບນີ້ ໄດ້ກຳນົດ 5 ເປົ້າໝາຍຈຸດສຸມ ຄື: ຂຸດຄົ້ນກູ້ຊ່ວຍອັດຖິໃຫ້ໄດ້ປະມານ 7.000 ສະຫາຍ; ສຳເລັດການເກັບຕົວຢ່າງປະມານ 230.000 ຂຸມຝັງສົບ ທີ່ຍັງບໍ່ທັນມີຂໍ້ມູນຢັ້ງຢືນຕົວຕົນ ຢູ່ຕາມປ່າຊ້າວິລະຊົນເສຍສະຫຼະຊີວິດເພື່ອຊາດ; ກວດວິເຄາະ ADN ປະມານ 18.000 ຕົວຢ່າງອັດຖິ; ສ້າງ ແລະ ເປີດນຳໃຊ້ຖານຂໍ້ມູນເຊື້ອພັນ (Gen) ຂອງຍາດຕິພີ່ນ້ອງ ຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນຮູ້ນາມສະກຸນ; ພ້ອມທັງສຳເລັດການເກັບກູ້ລະເບີດ ແລະ ວັດຖຸລະເບີດທີ່ບໍ່ທັນແຕກ ຢູ່ບັນດາທ້ອງຖິ່ນຈຸດສຸມ ເຊັ່ນ: ວີຊວຽນ (ຕວຽນກວາງ), ລາວກາຍ ແລະ ລ້າງເຊີນ.
ເພື່ອເຮັດໃຫ້ບັນດາເປົ້າໝາຍຂ້າງເທິງປະກົດຜົນເປັນຈິງ, ຄະນະຊີ້ນຳລະດັບຊາດ ໄດ້ຮັບການປັບປຸງບູລະນະ, ພ້ອມທັງໄດ້ປະກາດໃຊ້ບັນດາແຜນງານ ແລະ ແຜນການຜັນຂະຫຍາຍ ສຳລັບໄລຍະປີ 2026-2030. ໃນຂົງເຂດການຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍ, ກະຊວງປ້ອງກັນປະເທດ ໄດ້ມອບໝາຍຕົວເລກຄາດໝາຍສະເພາະໃຫ້ແກ່ແຕ່ລະເຂດທະຫານ ແລະ ກົມກອງ; ປັບປຸງກຳລັງພົນ ແລະ ຮັກສາ 32 ທິມ ຂຸດຄົ້ນກູ້ຊ່ວຍ ໂດຍມີພະນັກງານ ແລະ ນັກຮົບປະມານ 1.500 ສະຫາຍ ເຄື່ອນໄຫວຢູ່ທົ່ວປະເທດ.
ຈຸດໃໝ່ອັນໜຶ່ງ ທີ່ໄດ້ຮັບການຕີລາຄາວ່າ ມີປະສິດທິຜົນສູງ ແມ່ນການສັງລວມ ແລະ ກວດກາຄືນ ແຫຼ່ງເອກະສານຂໍ້ມູນ ທີ່ສະໜອງໂດຍບັນດາອົງການຈັດຕັ້ງ ແລະ ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຢັ້ງຢືນຈຸດທີ່ຕັ້ງຂອງຂຸມຝັງສົບລວມໝູ່. ຜ່ານກອງປະຊຸມສຳມະນາສະເພາະເລື່ອງ 2 ຄັ້ງ ທີ່ຈັດຂຶ້ນຢູ່ ແຂວງ ກວາງຫງາຍ ແລະ ນະຄອນ ໂຮ່ຈີມິນ, ກຳລັງປະຕິບັດງານ ສາມາດຊອກເຫັນອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດ 1 ສະຫາຍ ຢູ່ ກວາງຫງາຍ; ພ້ອມທັງກຳນົດໄດ້ຕື່ມອີກ 1 ຈຸດ ທີ່ສົງໄສວ່າມີຂຸມຝັງສົບລວມໝູ່ ຢູ່ບໍລິເວນ ສວນສາທາລະນະ ເລທິເຣື່ອງ (ນະຄອນ ໂຮ່ຈີມິນ), ເຊິ່ງຄາດວ່າຈະດຳເນີນການຂຸດຄົ້ນ ຕັ້ງແຕ່ວັນທີ 6 ກໍລະກົດ ເປັນຕົ້ນໄປ.
ຄຽງຄູ່ກັບການຂຸດຄົ້ນຂໍ້ມູນທາງປະຫວັດສາດ, ກຳລັງຊອກຫາກໍ່ໄດ້ນຳໃຊ້ຫຼາຍວິທີການເຕັກໂນໂລຊີທີ່ທັນສະໄໝ. ການສົມທົບລະຫວ່າງການກວດສອບພິກັດແຜນທີ່ ກັບສະພາບຕົວຈິງ, ການຂຸດຄົ້ນຄຳບອກເລົ່າຂອງພະຍານບຸກຄົນ ແລະ ການນຳໃຊ້ວິທະຍຸເຣດາ (Radar) ຊອກຫາຊົກຊ້ອນໃຕ້ດິນ ໄດ້ຊ່ວຍຍົກສູງຄວາມຊັດເຈນ, ຫຍໍ້ເວລາໃນການສຳຫຼວດ ຕະຫຼອດຮອດຫຼຸດຜ່ອນປະລິມານການຂຸດດິນ ໃນຂະບວນການຊອກຫາ.
![]() |
| (ຮູບພາບ: ການນຳ ແລະ ກອງບັນຊາການທະຫານແຂວງ ລາວກາຍ ເຄື່ອນຍ້າຍອັດຖິ ຂອງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ, ເດືອນມິຖຸນາ 2026. ພາບໂດຍ: ໜັງສືພິມ ຫາຍກວນ ຫວຽດນາມ) |
ການເກັບຕົວຢ່າງອັດຖິ ແລະ ການສ້າງຖານຂໍ້ມູນ ADN ກໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບ. ກະຊວງປ້ອງກັນປະເທດ ໄດ້ປະກາດໃຊ້ຂັ້ນຕອນການເກັບຕົວຢ່າງ, ການຮັກສາ, ການຂົນສົ່ງ ແລະ ການຫັນເປັນດິຈິຕອນ ຂອງຂໍ້ມູນຕົວຢ່າງອັດຖິ; ພ້ອມທັງປະສານງານກັບ ກຸ່ມບໍລິສັດ ວີແອດເທລ (Viettel) ສ້າງຊອບແວ (Software) ຄຸ້ມຄອງທຸກຂັ້ນຕອນ ເພື່ອຈຳກັດຂໍ້ຜິດພາດ ແລະ ຮັບປະກັນຄວາມຊັດເຈນ ໃນການສົມທຽບຂໍ້ມູນ.
ມາຮອດປັດຈຸບັນ, ບັນດາເຂດທະຫານ ແລະ ທ້ອງຖິ່ນ ໄດ້ສ້າງຕັ້ງກອງເກັບຕົວຢ່າງ ຫຼາຍກວ່າ 300 ກອງ ໂດຍມີຜູ້ເຂົ້າຮ່ວມປະມານ 3.500 ຄົນ. ກະຊວງພາຍໃນ ກໍ່ໄດ້ເປັນເສນາທິການໃຫ້ແກ່ລັດຖະບານ ໃນການປະກາດໃຊ້ກົນໄກ ແລະ ນະໂຍບາຍສະເພາະ ກ່ຽວກັບການກວດວິເຄາະ ADN, ສ້າງພື້ນຖານນິຕິກຳ ເພື່ອໃຫ້ບັນດາທ້ອງຖິ່ນ ຈັດສັນງົບປະມານ ແລະ ປະສານງານກັບບັນດາຫົວໜ່ວຍວິຊາສະເພາະ ໃນການຢັ້ງຢືນຕົວຕົນຂອງຜູ້ເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ.
ພ້ອມກັນນັ້ນ, ວຽກງານການເກັບກູ້ລະເບີດ ກໍ່ສືບຕໍ່ໄດ້ຮັບການຊຸກຍູ້ ຢູ່ບັນດາເຂດຈຸດສຸມ. ກະຊວງປ້ອງກັນປະເທດ ໄດ້ລະດົມ 330 ໜ່ວຍງານ ໂດຍມີພະນັກງານ ແລະ ນັກຮົບ ຫຼາຍກວ່າ 5.000 ສະຫາຍ ພ້ອມກັບພາຫະນະວິຊາສະເພາະ ຫຼາຍກວ່າ 1.300 ຄັນ ເຂົ້າຮ່ວມການເກັບກູ້ ແລະ ທຳລາຍວັດຖຸລະເບີດ, ສ້າງເງື່ອນໄຂຄວາມປອດໄພໃຫ້ແກ່ກິດຈະກຳການຊອກຫາ.
ຕາມຕົວເລກສະຖິຕິມາຮອດປັດຈຸບັນ, ບັນດາກຳລັງໄດ້ຂຸດຄົ້ນກູ້ຊ່ວຍອັດຖິໄດ້ຫຼາຍກວ່າ 1.300 ສະຫາຍ, ໃນນັ້ນມີຂຸມຝັງສົບລວມໝູ່ 3 ຂຸມ; ຈັດຕັ້ງການເກັບຕົວຢ່າງຈາກຂຸມຝັງສົບຫຼາຍກວ່າ 27.000 ຂຸມ, ເຊິ່ງມີຫຼາຍກວ່າ 20.000 ຕົວຢ່າງ ທີ່ຄົບເງື່ອນໄຂ ໄດ້ຖືກສົ່ງໄປຍັງບັນດາສູນກວດວິເຄາະ ADN ແລ້ວ. ວຽກງານການເກັບກູ້ລະເບີດ ແມ່ນສຳເລັດແລ້ວໃນເນື້ອທີ່ຫຼາຍກວ່າ 7.000 ເຮັກຕາ, ສະເພາະເຂດ ວີຊວຽນ ແມ່ນບັນລຸໄດ້ກວ່າ 3.000 ເຮັກຕາ, ເທົ່າກັບ 70% ຂອງປະລິມານວຽກງານຕາມແຜນການ.
ສຳລັບຖານຂໍ້ມູນຍາດຕິພີ່ນ້ອງຜູ້ເສຍສະຫຼະຊີວິດເພື່ອຊາດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເກັບກຳຕົວຢ່າງຊີວະພາບໄດ້ເກືອບ 95.000 ຕົວຢ່າງ, ວິເຄາະ ແລະ ເຊື່ອມໂຍງຂໍ້ມູນ ຫຼາຍກວ່າ 50.000 ຕົວຢ່າງ ເຂົ້າໃນລະບົບຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການສົມທຽບ ADN ໃນຕໍ່ໜ້າ.
ທ່ານພັນເອກ ເລ ວັນ ເຊີນ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດ ຈະສືບຕໍ່ເປັນເສນາທິການໃຫ້ແກ່ ຄະນະຊີ້ນຳລະດັບຊາດ ໃນການຜັນຂະຫຍາຍບັນດາວິທີການຢ່າງເປັນລະບົບ, ລະດົມແຫຼ່ງກຳລັງຢ່າງສູງສຸດ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີຢ່າງແຂງແຮງ ເພື່ອເລັ່ງລັດຄວາມຄືບໜ້າໃນການບັນລຸບັນດາເປົ້າໝາຍຂອງບັ້ນຮົບ, ປະກອບສ່ວນເຂົ້າໃນການຢັ້ງຢືນຕົວຕົນໂດຍໄວ ແລະ ນຳເອົາອັດຖິຂອງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ຄອບຄົວ ແລະ ບ້ານເກີດເມືອງນອນ.
| ສະຫວັນນະເຂດ 1, ໄຟຟ້າຂ້າມແດນ ແລະ ບົດບາດຂອງພາກເອກະຊົນ. ຍສໝ - ການດຳເນີນທຸລະກິດຢ່າງເປັນທາງການຂອງໂຮງງານໄຟຟ້າພະລັງງານລົມ ສະຫວັນ 1 ເຊິ່ງເປັນໂຄງການພັດທະນາໂດຍ T&T Group ໃນລາວ ໃນວັນທີ 26 ທັນວານີ້ ຖືວ່າເປັນຂີດໝາຍອັນສຳຄັນຂອງພູມສັນຖານພະລັງງານທົດແທນຂ້າມຊາດ. |
| ເຕັກໂນໂລຢີດິຈິຕອນໃນການຕິດຕາມກວດກາເຮືອຫາປາ: ກະແຈປ້ອງກັນການຂຸດຄົ້ນ IUU ຍສໝ - ຈາກອຸປະກອນຕິດຕາມການເດີນທາງ (VMS), ຊອບແວປື້ມບັນທຶກເອເລັກໂຕນິກເຖິງພື້ນຖານຂໍ້ມູນການປະມົງແຫ່ງຊາດ, ເຕັກໂນໂລຢີດີຈີຕອນກາຍເປັນ “ແຂນເຊື່ອມຍາວ” ເພື່ອຊ່ວຍໃຫ້ຫວຽດນາມ ຄວບຄຸມກຳປັ່ນຫາປາ, ຕິດຕາມແຫຼ່ງກຳເນີດຂອງສິນໃນນ້ຳ ແລະ ສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ມີລາຍງານ ແລະ ບໍ່ມີລະບຽບ (IUU). ການເຊື່ອມໂຍງດ້ານດິຈິຕອນຈາກທະເລໄປຫາທ່າກຳປັ່ນຫາປາໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຄະນະກຳມະການເອີລົບ (EC) ເພື່ອຍົກອອກ “ບັດເຫຼືອງ” ໃນຂະນະທີ່ປູທາງໃຫ້ຂະແໜງການປະມົງທັນສະໄໝ, ໂປ່ງໃສ ແລະ ຍືນຍົງ. |
990

