ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ
| ປີ 2026, ຈະສູ້ຊົນໃຫ້ບັນລຸເປົ້າໝາຍຈັດສົ່ງແຮງງານປະມານ 112.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ | |
| ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ |
ນີ້ແມ່ນກິດຈະກຳປະຈຳປີ ທີ່ຈັດຂຶ້ນໂດຍ ສະມາຄົມຊາວຫວຽດນາມ ປະຈຳ ຣູມານີ ປະສານງານກັບ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ເພື່ອແນໃສ່ສຶກສາອົບຮົມໃຫ້ຮຸ່ນເຍົາວະຊົນ ຫວຽດນາມ ຢູ່ ຣູມານີ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ເອກະລັກວັດທະນະທຳຂອງຊາດ, ໂດຍສະເພາະແມ່ນພາສາຫວຽດນາມ. ແຜນການຮຽນ-ການສອນ ຍັງກວມເອົາທັງບັນດາກິດຈະກຳການທັດສະນະສຶກສາລວມໝູ່ ທີ່ໜ້າສົນໃຈ ແລະ ມ່ວນຊື່ນອີກດ້ວຍ.
![]() |
| (ຮູບພາບ: ທ່ານເອກອັກຄະລັດຖະທູດ ເລ ວິງ ທັງ ກ່າວປາໄສໃນພິທີເປີດຊຸດຮຽນ. ພາບໂດຍ: ສະຖານທູດຫວຽດນາມ ປະຈຳ ຣູມານີ) |
ກ່າວປາໄສໃນພິທີ, ທ່ານເອກອັກຄະລັດຖະທູດ ເລ ວິງ ທັງ ໄດ້ເນັ້ນໜັກວ່າ: “ການປົກປັກຮັກສາ ແລະ ເສີມຂະຫຍາຍພາສາຫວຽດນາມ ໃນປະຊາຄົມ ບໍ່ພຽງແຕ່ແມ່ນການຮັກສາດ້ານພາສາເທົ່ານັ້ນ, ແຕ່ຍັງແມ່ນການຮັກສາເອກະລັກ, ມູນເຊື້ອຄຸນສົມບັດ ແລະ ສາຍໃຍຜູກພັນອັນສັກສິດ ກັບບ້ານເກີດເມືອງນອນ ນຳອີກ”.
![]() |
| (ຮູບພາບ: ພວກຫຼານນັກຮຽນເຂົ້າຮ່ວມຫ້ອງຮຽນ. ພາບໂດຍ: ສະຖານທູດຫວຽດນາມ ປະຈຳ ຣູມານີ) |
ທ່ານ ຟ້າມຢຸຍຮຶງ, ປະທານສະມາຄົມຊາວຫວຽດນາມ ປະຈຳ ຣູມານີ ຕາງໜ້າໃຫ້ຄະນະຈັດຕັ້ງ ແລະ ຜູ້ປົກຄອງນັກຮຽນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະຖານທູດ, ບັນດາສະມາຄົມ, ຄູ-ອາຈານ ແລະ ອາສາສະໝັກ, ຕະຫຼອດຮອດບຸກຄົນ ແລະ ວິສາຫະກິດ ທີ່ໄດ້ຮ່ວມເດີນທາງ, ສະໜັບສະໜູນຊ່ວຍເຫຼືອຫ້ອງຮຽນ ທັງດ້ານວັດຖຸອຸປະກອນ, ເຫື່ອແຮງ ແລະ ຈິດໃຈ, ເພື່ອສ້າງສະພາບແວດລ້ອມການຮຽນຮູ້ ທີ່ມ່ວນຊື່ນ, ເປັນກັນເອງ ແລະ ມີປະໂຫຍດໃຫ້ແກ່ພວກຫຼານ.
| ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia ຍສໝ - ໃນລະຫວ່າງວັນທີ 5 ແລະ 6/5, ຫວຽດນາມ ໄດ້ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ (Yerevan Dialogue) 2026 ຢູ່ທີ່ນະຄອນຫຼວງ ເຢເຣວານ ຂອງ Armenia. ເວທີປຶກສາຫາລືໄດ້ເຕົ້າໂຮມບັນດານັກການເມືອງ, ນັກວິຊາການ, ຊ່ຽວຊານ ແລະ ຕົວແທນຈາກບັນດາອົງການຈັດຕັ້ງສາກົນຢ່າງຫຼວງຫຼາຍ ແນໃສ່ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງ, ພູມສາດການເມືອງ, ການເຊື່ອມຕໍ່ພາກພື້ນ ... |
| ເຫດຜົນທີ່ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດຶງດູດທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ປີ 2026 ຍສໝ - ນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ສິງກະໂປ ໄດ້ອ້າງອີງຕາມໜັງສືພິມ The Strait Times ໂດຍໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີຕາເວັນອອກສ່ຽງໃຕ້ ສຳລັບນັກທ່ອງທ່ຽວ ສິງກະໂປ, ເຊິ່ງສະແດງອອກໂດຍຜ່ານລະດັບຄວາມສົນໃຈຢ່າງແຂງແຮງໃນບັນດາແພລັດຟອມເຄືອຂ່າຍສັງຄົມ, ກໍ່ຄືການເຕີບໂຕຢ່າງໜ້າສົນໃຈຂອງຂະແໜງທ່ອງທ່ຽວໃນຊຸມປີມໍ່ໆມານີ້. |
ແທັງຮັ່ງ

