14:23 | 26/09/2018

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາ ບິ່ງ ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Teo Chee Hean.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ເວົ້າວ່າ: ນີ້ແມ່ນນ້ຳໃຈພິເສດໃນການພົວພັນຖານອ້າຍນ້ອງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືການພົວພັນຍຸດທະສາດລະຫວ່າງ 2 ປະເທດ ແລະ ນ້ຳໃຈສະໜິດສະໜົມຂອງທ່ານຮອງນາຍົກລັດຖະມົນຕີ Teo Chee Hean ແລະ ພັນລະຍາສະຫງວນໃຫ້ແກ່ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານນາງພັນລະຍາ ຫງວຽນທິຮ່ຽນ.

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ Teo Chee Hean ໄດ້ຕີລາຄາສູງການພັດທະນາອັນດີງາມລະຫວ່າງສອງປະເທດໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານໄດ້ສະແດງຄວາມຂອບອົກຂອບໃຈ ລັດຖະບານ ຫວຽດນາມ ທີ່ໄດ້ສະໜັບສະໜູນລັດຖະບານ ສິງກະໂປ ຮັບດຳລົງຕຳແໜ່ງເປັນປະເທດປະທານ ອາຊຽນ 2018, ຫວັງວ່າ ຫວຽດນາມ ບັນລຸຜົນສຳເລັດໃນບົດບາດເປັນປະເທດເຈົ້າພາບຂອງ ອາຊຽນ ໃນປີ 2020.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2224.html

In bài biết